24/05/2011 12:00:00 am - ພິທີເປີດການປ້ອງກັນບົດລາຍງານຈົບຊັ້ນ/ສອບເສັງປາກເປົ່າຂອງ ພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010-2011 |
ສົ່ງເສີມວິຊາການ![]() ໃນວັນທີ 23 / 05 / 2011 ເວລາ 3:00 ຂອງວັນຈັນ ທີ່ຫ້ອງການພາສາຕ່າງປະເທດ ໄດ້ມີການເຕົ້າໂຮມ ແລະ ເປີດພິທີການປ້ອງກັນບົດລາຍງານຈົບຊັ້ນ ແລະ ສອບເສັງປາກເປົ່າ ຂອງພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010 - 2011 ເຊິ່ງປະທານໃນພິທີຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ກຶ່ງ ໄຊຍະສານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍຄະນະ ກໍ່ເປັນກຽດເຂົ້າຮ່ວມ ແລະ ພະນັກງານຄູ-ອາຈານ ທີ່ສິດສອນພາສາອັງກິດທຸກທ່ານ ກໍ່ເປັນກຽດເຂົ້າຮ່ວມ ເຊິ່ງເນື້ອໃນຂອງພິທີເປີດ ແມ່ນ ເພິ່ນໄດ້ເວົ້າເຖິງ ການປະຕິບັດລະບຽບວິໄນ, ການກວດບົດລາຍງານ, ການໃຫ້ຄະແນນປື້ມ, ການໃຫ້ຄະແນນປ້ອງກັນ, ເອກະສານຕ່າງໆ, ຄຸນນະພາບຂອງການປ້ອງກັນບົດ, ພຶດຕິກໍາຂອງນັກສຶກສາ ຕໍ່ກັບການປະຕິບັດລະບຽບ ແລະ ເພິ່ນຍັງໄດ້ເນັ້ນຕື່ມອີກວ່າ: ການປ້ອງກັນບົດລາຍງານຈົບຊັ້ນ ປີນີ້ ຕ້ອງພະຍາຍາມຮັບປະກັນຄຸນນະພາບໃນທຸກດ້ານ ບໍ່ວ່າຄູ-ອາຈານ ແລະ ນັກຮຽນນັກສຶກສາ. ຕໍ່ຈາກນັ້ນ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ ທ່ານ ອາຈານ ອໍາພອນ ຂາວເພຍສຸພົນ ກໍ່ໄດ້ຂື້ນອະທິບາຍກ່ຽວກັບການສອບເສັງ, ການປ້ອງກັນ, ການແປງປື້ມ, ການສົ່ງຄະແນນ ແລະ ອະທິບາຍຮູບແບບການໃຫ້ຄະແນນຂອງທັງສອງແບບ ລະຫ່ວາງ ການປ້ອງກັນ ແລະ ການສອບເສັງ. |