ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



ວິໄສທັດ ແລະ ຄຳຂວັນ:

ວິໄສທັດໂຮງຮຽນ:
- ວິໄສທັດປັດຈຸບັນ: ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
- ວິໄສທັດກ່ອນວັນທີ 17/11/2016: ວິຊາຊີບຄູລ້ຳເລີດ ປະເສີດທາງປັນຍາ ອະນາຄົດສົດໃສ ກ້າວໄປສູ່ສາກົນ

ຄຳຂວັນໂຮງຮຽນ: ສອນດີ ຮຽນເກັ່ງ ເຄັ່ງຕໍ່ວິໄນ ໃສ່ໃຈພັດທະນາສິ່ງແວດລ້ອມ ພ້ອມຮັກສາວັດທະນະທຳ

ວິໄສທັດ ຫ້ອງການວິທະຍາສາດທຳມະຊາດ: ເກັ່ງວິທະຍາສາດ ສະຫຼາດຄິດໄລ່ ວ່ອງໄວປະຕິບັດ ວິໄນເຄັ່ງຄັດ ວິໃສທັດກວ້າງໄກ

ວິໄສທັດ ຫ້ອງການຄູອະນຸບານ-ປະຖົມ: ອຸດົມການລ້ຳເລີດ ປະເສີດຄຸນນະທຳ ນຳໜ້າວິຊາຄູ

ວິໄສທັດ ຫ້ອງການພາສາຕ່າງປະເທດ: ການຮຽນພາສາຕ່າງປະເທດ ຄືຕົ້ນເຫດຄວາມເຂົ້າໃຈໃນວັດທະນະທຳສາກົນ ເຝິກຝົນພູມປັນຍາ ພັດທະນາຄວາມຮູ້ດ້ານວິທະຍາສາດ ພາຊາດຈະເລີນ ເດີນສູ່ຄວາມສີວິໄລ ກ້າວໄປໃຫ້ທັນໂລກ

ວິໄສທັດ ຫ້ອງການວິທະຍາສາດສັງຄົມ: ຄຸນສົມບັດວັດທະນະທຳເປັນເລີດ ປະເສີດຄືການສຶກສາ


ກິດຈະກຳນອກຫຼັກສູດ:

ກິດຈະກຳຕັດຫຍິບ: ປະກອບມີ ຕັດຫຍິບປະເພດຕ່າງໆ ບໍລິການພາຍໃນ ແລະ ພາຍນອກ ວຄສ. ນອກຈາກນີ້ຍັງມີການເຝິກອົບຮົມໃຫ້ນັກສຶກສາທຸກສາຍຮຽນ.

ກິດຈະກຳປຸງແຕ່ງອາຫານ ແລະ ສິລະປະກຳ: ແມ່ນໄດ້ບໍລິການຂາຍອາຫານໃຫ້ນັກສຶກສາ, ພະນັກງານຄູ-ອາຈານ ແລະ ຈັດການເຝິກອົບຮົມການປຸງແຕ່ງອາຫານຕ່າງໆໃຫ້ກັບນັກສຶກສາທຸກໆສາຍຮຽນ. ມີການແກະສະຫຼັກ, ຂວັດລາຍ ແລະ ແຕ້ມຮູບພາບຕ່າງໆ.

ກິດຈະກຳສິລະປະດົນຕີ-ເສີມສວຍ: ປະກອບມີການຟ້ອນຈັງຫວະຕ່າງໆ, ຮ້ອງເພງ, ລຳ, ສະແດງລະຄອນ, ຈັດຕັ້ງໂຄງການກວດສອບສີລະປະ ປະຈຳສົກຮຽນ. ເສີມສວຍແມ່ນໄດ້ເປີດບໍລິການສູນເສີມສວຍໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ນອກນີ້ຍັງມີການເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.

ກິດຈະກຳຊ່າງໄມ້: ແມ່ນໄດ້ສ້ອມແປງໂຕະ, ຕັ່ງ, ຕູ້ ທີ່ເປ່ເພ, ຜະລິດອຸປະກອນສື່ການສອນ ແລະ ຍັງໄດ້ເຝິກົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.

ກິດຈະກຳກິລາ: ປະກອບມີກິລາ ບານເຕະ, ບານສົ່ງ, ກະຕໍ້ ແລະ ກິລາພື້ນບ້ານຫຼາຍປະເພດ, ໄດ້ມີການເຝິກອົບຮົມເປັນກຳມະການຕັດສິນກິລາປະເພດຕ່າງໆ ໃຫ້ນັກສຶກສາທຸກສາຍຮຽນ ແລະ ມີການຈັດການແຂ່ງຂັນຕະຫຼອດປີ.

ກິດຈະກຳຕັດຜົມ-ນ້ຳສະອາດ: ແມ່ນເປີດບໍລິການເປັນສູນບໍລິການຕັດຜົມ ໂດຍມີນັກສຶກສາເປັນຜູ້ຈັດການໃນແຕ່ລະວັນ ເພື່ອບໍລິການຕັດຜົມໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ໂດຍບໍ່ເສຍຄ່າ. ມີການຜະລິດນ້ຳສະອາດດ້ວຍເຄື່ອງຈັກຂະໜາດນ້ອຍ ເພື່ອຮັບໃຊ້ບໍລິໂພກພາຍໃນ ວຄສ.

ກິດຈະກຳຂ່າວສານ-ດົນຕີ: ໄດ້ບໍລິການອອກຂ່າວປະເພດຕ່າງໆທາງໂທລະໂຄ່ງ ແຕ່ວັນຈັນ ຫາ ວັນສຸກ, ມີການປະກວດຫໍຂ່າວດີເດັ່ນລະຫວ່າງສາຍຮຽນ ແລະ ມີທີມງານຂຽນຂ່າວ. ສ່ວນວົງດົນຕີແມ່ນບໍລິການຮັບໃຊ້ກິດຈະກຳສະໂມສອນຊາວໜຸ່ມ ແລະ ວຽກທັງພາຍໃນ ແລະ ນອກ ວຄສ.

ກິດຈຳກຳກະເສດສຶກສາ-ສິ່ງແວດລ້ອມ: ປະກອບມີການປູກເຫັດ, ປູກຜັກ, ເຮັດຝຸ່ມບົ່ມ, ນ້ຳສະກັດຊີວະພາບ, ທັດສະນະສຶກສານອກສະຖານທີ່ ແລະ ຍັງໄດ້ເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ. ສິ່ງແວດລ້ອມແມ່ນມີທີມງານຈັດສັນຂີ້ເຫຍື້ອໃຫ້ເປັນລະບົບລະບຽບ ເພື່ອຄວາມສະອາດງາມຕາ.

ປະຫວັດໂຮງຮຽນ:

ວິທະຍາໄລຄູ ສະຫວັນນະເຂດ ສ້າງ​ຕັ້ງຂື້ນເມື່ອປີ 1966 ໂດຍ​ໃສ່​ຊື່​ໃນ​ເບື້ອງ​ຕົ້ນ​ວ່າ: ວິ​ທະ​ຍາ​ໄລ​ຄູ​ ສະ​ຫວັນ​ນະ​ເຂດ ​​ຊຶ່ງເອີ້ນຕາມພາສາຝຣັ່ງວ່າ Ecole normale Savannakhet
ມີ​ຂອບເຂດເນື້ອ​​ທັງ​ໝົດ​ 44 ເຮັກ​ຕາ, ເນື້ອ​ທີ່​ດິນ​ທີ່​ນອນ​ໃນ​ໂຄງ​ການ​ສຳ​ຫລວດ​ແລ້ວ​ 42 ເຮັກ​ຕາ, ດ້ານ​ໜ້າ​ໂຮງ​ຮຽນ​ຕິດ​ແປະກັບເສັ້ນ​ທາງເລກ​ທີ 9 ຍາວ 290 ແມັດ,
ຊຶ່ງ​ຫ່າງ​ຈາກ​ຕົວ​ເມືອງ ສະຫວັນນະ​ເຂດ ໄປ​ທາງ​ທິດ​ຕາ​ເວັນ​ອອກ 7 ກິໂລແມັດ. ເປັນ​ໂຮງ​ຮຽນກໍ່​ສ້າງ​ຄູ​ຊັ້ນ​ຕົ້ນ ສ້າງສຳເລັດເມື່ອປີ 1969 ປະກອບດ້ວຍອາຄານຕ່າງໆທັງໝົດ 11 ຫຼັງ,
ແຍກເປັນອາຄານຮຽນ 3 ຫຼັງ, ຫ້ອງຝຶກງານ 1 ຫຼັງ, ອາຄານພັກເຊົາຂອງນັກຮຽນ 3 ຫຼັງ, ຫໍອາຫານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ເຮືອນພັກຄະນະອຳນວຍການ 2 ຫຼັງ.

ໂຮງຮຽນແຫ່ງນີ້ມີເປົ້າໝາຍໃນການສ້າງ​ຄູ​ໃຫ້​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ ຜູ້ອຳນວຍການຄົນທຳອິດຊື່ວ່າ ທ່ານ ອວດ ອຸລະຈິດ. ດັ່ງນັ້ນ, ເມື່ອແບ່ງການຂະຫຍາຍຕົວ
ຂອງວິທະຍາໄລຄູ ສະຫວັນນະເຂດ ເລີ່ມຈາກການສ້າງຕັ້ງຈົນ​ຮອດ​ປະ​ຈຸ​ບັນ ໄດ້​ຜ່ານ​ການຂະຫຍາຍຕົວໃນ 4 ໄລ​ຍະ​ທີ່​ແຕກ​ຕ່າງ​ກັນຄື:

- ໄລຍະທີ 1 ລະຫວ່າງປີ 1969-​1975​ ເອີ້ນວ່າ ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ ​ເປັນ​ໂຮງ​ຮຽນກໍ່​ສ້າງ​ຄູ​ຊັ້ນ​ຕົ້ນ ໃນ​ລະ​ບົບ 6+2 (ລະ​ບົບ​ເລັ່ງ​ລັດ) ແລະ ລະ​ບົບ 6+4 ເປັນ​ຄູ​ປະ​ຖົມ​ສົມ​ບູນ.
ຂອບ​ເຂດ​ຂອງ​ການ​ກໍ່​ສ້າງ​ຄູ​ ແມ່ນ​ໃນ​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ.

- ໄລຍະທີ 2 ເລີ່ມ​ແຕ່​ປີ 1975-​​1989 ປ່ຽນ​ຊື່​ເປັນ​ ໂຮງ​ຮຽນ​ກໍ່​ສ້າງ​ຄູ​ຊັ້ນ​ກາງ​ເລກ 5 (ສ.ຄ 5) ຊຶ່ງ​ຮຽນ​ໃນ​ລະ​ບົບ 8+3 ແລະ ຮັບ​ເອົາພະ​ນັກ​ງານຄູຊັ້ນ​ຕົ້ນມາ​ຮຽນ​ຕໍ່​ເອົາ​ວຸດ​ທິ​ຄູຊັ້ນ​ກາງ.
ໄລ​ຍະ​ນີ້ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃຫ້​ສອງ​ແຂວງ​ຄື: ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ ຊຶ່ງ​ສາ​ມາດ​ກໍ່​ສ້າງ​ຄູ​ໄດ້​ທັງ​ໝົດ 15 ຊຸດ, ມີຈຳ​ນວນ 3.049 ຄົນ.

- ໄລຍະທີ 3 ລະຫວ່າງປີ 1984-1989, ໃນ​ນີ້ເລີ່ມຈາກສົກ​ຮຽນ 1984-19​​85 ໄດ້​ສ້າງ​ຕັ້ງ ສາ​ຂາ​ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ ສະ​ຫວັນ​ນະ​ເຂດ ຂື້ນຊຶ່ງມີ​ຊື່​ຫຍໍ້​ວ່າ: ສາ​ຂາ ມ.ສ.ຄ ສະ​ຫວັນນະ​ເຂດ
​ໂດຍ​ແຍກ​ເອົາອາ​ຄານ​ສ່ວນ​ໜຶ່ງ​ຂອງ ສ.ຄ.5 ໄປ​ນຳ​ໃຊ້. ລະ​ຫວ່າງ ສ.ຄ.5 ແລະ ສາ​ຂາ ມ.ສ.ຄ ນັ້ນ​ມີ​ຄະ​ນະ​ອຳ​ນວຍ​ການຂອງ​ໃຜ​ລາວ, ມີ​ລະ​ບົບ​ຫຼັກ​ສູດ​ການຮຽນ​ແຕກ​ຕ່າງ​ກັນ​ຄື:
ສາ​ຂາ ມ.ສ.ຄ ຮຽນ​ໃນ​ລະ​ບົບ 11+4 ສຳ​ລັບ​ນັກ​ຮຽນ​ສາ​ມັນ ແລະ ຮັບ​ເອົາ​ພະ​ນັກ​ງານ​ຄູ​ຊັ້ນ​ກາງມາ​ຮຽນ​ຕໍ່ ​ເພື່ອ​ເປັນ​ຄູຊັ້ນ​ສູງສອນຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ. ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃນ 6 ແຂວງ
​ພາກ​ກາງແລະໃຕ້ຄື: ຄຳ​ມ່ວນ, ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ, ສາ​ລະ​ວັນ, ອັດ​ຕະ​ປື ແລະ ເຊກອງ, ສ່ວນ ສ.ຄ.5 ຍັງ​ຮຽນ​ໃນ​ລະ​ບົບ 8+3 ເໝືອນ​ເດີມ; ສາ​ຂາ ມ.ສ.ຄ
ກໍ່​ສ້າງ​ຄູ​ໄດ້​ທັງ​ໝົດ 5 ຊຸດມີຈຳ​ນວນ 542 ຄົນ.

- ໄລຍະທີ 4 ເລີ່ມ​ຈາກສົກ​ຮຽນ 1989-​​1990 ສ.ຄ.5 ແລະ ສາ​ຂາ ມ.ສ.ຄ ໄດ້​ຮ່ວມ​ເຂົ້າ​ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​ດຽວ ໂດຍ​ມີ​ຄະ​ນະ​ອຳ​ນວຍ​ການ​ຄະ​ນະ​ດຽວ​ເປັນ​ຜູ້​ບໍ​ລິ​ຫານ
ແລະ ໄດ້ປ່ຽນ​ຊື່​ມາ​ເປັນ ໂຮງ​ຮຽນ​ກໍ່​ສ້າງ​ຄູ​ຊັ້ນ​ສູງ​ ສະ​ຫວັນ​ນະ​ເຂດ ໄລ​ຍະ​ຕໍ່​ມາ ຈຶ່ງ​ປ່ຽນ​ເປັນ​ ວິ​ທະ​ຍາ​ໄລ​ຄູ​ສະ​ຫວັນ​ນະ​ເຂດ (ວ​ຄ​ສ). ລະ​ບົບ​ການ​ຮຽນ​ແມ່ນ 11+3
ໂດຍ​ຮັບ​ເອົາ​ນັກ​ຮຽນມັດ​ທະ​ຍົມ​ຕອນ​ປາຍ ແລະ ຄູ​ຊັ້ນ​ກາງ​ ມາ​ຮຽນ​ໃນ​ຫຼັກສູດ 3 ປີ ເປັນ​ຄູ​ຊັ້ນ​ສູງລະ​ດັບອະ​ນຸ​ປ​ຣິນ​ຍາສອນ​ລະ​ດັບມັດ​ທະ​ຍົມຕອນ​ຕົ້ນ. ສົກ​ຮຽນ 1991-1992
ວຄສ ໄດ້​ສ້າງ​ຄູ ​ລະ​ບົບ 11+1 ໂດຍ​ຮັບ​ເອົາ​ນັກ​ຮຽນມັດ​ທະ​ຍົມ​ຕອນ​ປາຍ​ມາ​ຮຽນ​ຕໍ່ 1 ປີໄປ​ສອນ​ປະ​ຖົມ ແລະ ມີ​ໜ້າ​ທີ່​ກໍ່​ສ້າງ​ຄູ​ໃນ​ສອງ​ແຂວງຄື: ສະ​ຫວັນ​ນະ​ເຂດ ແລ​ະ ຄຳ​ມ່ວນ.
ໄລຍະນີ້ໄດ້​ກໍ່​ສ້າງ​ຄູ​ ໃນ​ສອງ​ລະ​ບົບ ອອກ​ທັງ​ໝົດ 9 ຊຸດ , ຈຳ​ນວນ 1.062 ຄົນ, ໃນ​ນັ້ນ 11+3 ມີ 546 ຄົນ ແລະ 11+1 ມີ 516 ຄົນ.

- ລາຍຊື່ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ໃນແຕ່ລະສະໄໝ:

1. ທ່ານ ອວດ ອຸລະຈິດ (1969-1971)


2. ທ່ານ ທອງເພັດ ວົງໂພສີ (1971-1972)


3. ທ່ານ ເງິນແທ່ງ ເກດຕະວົງ (1972-1974)


4. ທ່ານ ທອງເຕີນ ໄຊຍະເສນ (1974-1976)


5. ທ່ານ ວອນມາ ດາລາອ້ວນ (1976-1980)


6. ທ່ານ ສຳພອນ ເກິ່ງພະຈັນ (1980-1984)


7. ທ່ານ ວຽງຄຳ ເພັງສະຫວັນ (1984-1992)


8. ທ່ານ ຄຳພູນ ຕຸໄພທູນ (1992-2006)


9. ທ່ານ ກຶ່ງ ໄຊຍະສານ (2006-2015)

10. ທ່ານ ລັດສະໝີ ພະໄຊສີ (2015-ປັດຈຸບັນ)


ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ