18/05/2011 12:00:00 am - ໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ |
ບໍລິຫານ![]() ວັນທີ 17/5/2011 ເວລາ 13 ໂມງ 30 ນາທີ ໜ່ວຍພັກຫ້ອງການ 1 ແລະ ໜ່ວຍພັກວິທະຍາສັງຄົມ ທີ່ຂຶ້ນກັບຮາກຖານພັກວິທະຍາໄລຄູ ສະຫວັນນະເຂດ ໄດ້ເປີດກອງປະຊຸມ ປະກາດເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານຄັ້ງທີ IV ທີ່ ສະໂມສອນ ຂອງວິທະຍາໄລຄູສະຫວັນນະເຂດ ເຊິ່ງເປັນກຽດມອບໃບຢັ້ງຢືນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃນຄັ້ງນີ້ແມ່ນ ສະຫາຍ ພັນໂທ ວົງເພັດ ໄຊສະຫງວນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມກັບສະມາຊິກພັກຄູ-ອາຈານ ແລະ ນັກສຶກສາ ຈຳນວນ 360 ຄົນ ຍິງ 215 ຄົນ ເຂົ້າຮ່ວມ. |