09/05/2011 12:00:00 am - ເຊີນຮ່ວມງານພົບປະນິສິດນັກສຶກສາ ວິທະຍາໄລຄູສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ວິທະຍາໄລຄູສະຫວັນນະເຂດ ທີ່ຕັ້ງ ເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ, ສະຖາບັນທີ່ໄດ້ກຳເນີດວິສະວະກອນແຫ່ງດວງວິນຍານ ອາຍຸໄດ້ 40 ກວ່າປີ. ມີຄວາມຍິນດີເຊື້ອເຊີນບັນດາທ່ານນິສິດນັກສຶກສາທັງຫຼາຍ ນັບແຕ່ຮຸ່ນທຳອິດຈົນເຖິງປັດຈຸບັນທີ່ຢູ່ໃກ້ ແລະ ຢູ່ໄກທົ່ວສາລະທິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນກຽດມາຮ່ວມໃນງານພົບປະນິສິດນັກສຶກສາເຊິ່ງຈະຈັດຂຶ້ນໃນວັນທີ 5/11/2011 ທີ່ສະໂມສອນວິທະຍາໄລຄູສະຫວັນນະເຂດ. ພ້ອມນີ້ທ່ານສາມາດເຊື້ອເຊີນເພື່ອນສະໜິດມິດສະຫາຍຂອງທ່ານເພື່ອມາຮ່ວມເປັນກຽດນຳດ້ວຍ. ຢ່າພາດໂອກາດອັນສຳຄັນນີ້ ຈົ່ງສະຫຼະເວລາອັນມີຄ່າຂອງທ່ານມາສຳຜັດກັບບັນຍາກາດອັນສຳຄັນນີ້ ນານໆປີມີເທື່ອໜຶ່ງສະແດງຄວາມຮູ້ບຸນຄຸນຕໍ່ສະຖາບັນທີ່ໄດ້ກຳເນີດຊັບສິນທາງປັນຍາຂອງທ່ານ ແລະ ລະນຶກເຖິງບຸນຄຸນຄູ-ອາຈານ ແລະ ເພື່ອເປັນສິລິມຸງຄຸນຕໍ່ທ່ານດ້ວຍນະໂອກາດນີ້. ຂໍຂອບໃຈ ຂໍ້ມູນເພີ່ມຕື່ມ: +856041212150 |