09/05/2011 12:00:00 am - ຟັງການໂອ້ລົມຂອງຜູ້ອໍານວຍການ ພ້ອມຄະນະ ຕໍ່ກັບຄູ-ອາຈານ ທີ່ສິດສອນໃນຫ້ອງການພາສາຕ່າງປະເທດ |
ສົ່ງເສີມວິຊາການ![]() ໃນວັນທີ 6 / 5 / 2011 ຂອງຕອນບ່າຍວັນສຸກ ທີ່ຫ້ອງປະຊູມຊັ້ນສອງ ພະນັກງານຄູ-ອາຈານ ທັງໝົດທີ່ສອນໃນຫ້ອງການພາສາຕ່າງປະເທດ ແລະ ຄູ-ອາຈານທີ່ສິດສອນວິຊາເລືອກ ໄດ້ມີການລວມ ເພື່ອຟັງການໂອ້ລົມ ຂອງຜູ້ອໍານວຍການ. ຈຸດປະສົງໃນການເຕົ້າໂຮມໃນຄັ້ງນີ້ກໍ່ ແມ່ນເພື່ອຟັງການໂອ້ລົມ ຂອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ຮອງຜູ້ອໍານວຍການຝ່າຍວິຊາການ ຈະມາໃຫ້ຄໍາຄິດຄໍາເຫັນ ແລະ ລົງເລິກຕໍ່ກັບວຽກງານວິຊາການ ເນື້ອໃນ ຂອງການໂອ້ລົມ ທ່ານ ກຶ່ງໄຊຍະສານ ໄດ້ກ່າວວ່າ: ການຮຽນ - ການສອນ ໃນທຸກລະບົບ ແມ່ນ ມີຄວາມສໍາຄັນຫຼາຍ ໂດຍສະເພາະ ບົດບາດຂອງພາສາອັງກິດ ປະຈຸບັນ ນັກສຶກສາ ໄດ້ໃຫ້ຄວາມສໍາຄັນໃນການຮຽນສູງ ແຕ່ກໍ່ຫຼີກຫຼ່ຽງບໍ່ໄດ້ ທີ່ຈະມີບັນຫາ ເຊັ່ນ: ນັກສຶກສາທີ່ຜິດລະບຽບ. ຕໍ່ຈາກນັ້ນ, ຮອງຜູ້ອໍານວຍການຝ່າຍວິຊາການ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ກໍ່ໄດ້ໃຫ້ຄໍາຄິດຄໍາເຫັນຕໍ່ກັບການສິດສອນພາສາອັງກິດ ເຊັ້່ນ: ການຮຽນ-ການສອນພາສາ ໜຶ່ງ ສອນໃຫ້ນັກສຶກສາມີຄວາມຮູ້, ສອງ ສອນໃຫ້ນັກສຶກສາມີເຂົ້າໃຈ, ສາມສອນໃຫ້ນັກສຶກສາມີ ສາມາດນໍາໄປໃຊ້ ບວກກັບ ກ່ອນການສອນຄູ-ອາຈນ ຕ້ອງເຮັດຫຍັງແດ່? 1. ກະກ່ຽມບົດສອນ 2. ວາງກິດຈະກໍາໃຫ້ມີຄວາມເໝາະສົມກັບບົດຮຽນ 3. ສືການສອນທີ່ນໍາໃຊ້ 4. ໃນບົດຮຽນບົດໜຶ່ງ ຕ້ອງມີຄໍາຖາມ ແກ່ນັກຮຽນ |