05/05/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດໄດ້ປິດກອງປະຊຸມເຝິກອົບຮົມຄູບັນຈຸໃໝ່ |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 4 ພຶດສະພາ 2011 ວິທະຍາໄລຄູສະຫວັນນະເຂດ ໄດ້ປິດກອງປະຊຸມ ເຝິກອົບຮົມຄູບັນຈຸໃໝ່ ສົກຮຽນ 2010-2011 ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ , ເຂົ້າຮ່ວມ ໃນພິທີປິດກອງປະຊຸມໃນຄັ້ງນີ້ມີ ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການຝ່າຍກິດຈະການນັກສຶກສາ , ບັນດາຄະນະອຳນວຍການ , ຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາ ກອນ ຈຳນວນ 39 ທ່ານ, ຍິງ 10 ທ່ານ . ກອງປະຊຸມດັ່ງກ່າວໄດ້ເລີ່ມເປີດມາແຕ່ວັນທີ 16 ມີນາ 2011 ຈຸດປະສົງຂອງການເຝິກອົບຮົມໃນ ຄັ້ງນີ້ເພຶ່ອເພີ່ມຄວາມຮູ້ ແລະ ທັກສະຕ່າງໆເຂົ້າໃນການຮຽນ-ການສອນ , ເພຶ່ອສ້າງໃຫ້ຄູກາຍເປັນຄູມືອາ ຊີບ ແລະ ນຳເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນການຈັດການຮຽນ-ການສອນ ແລະ ເພຶ່ອໃຫ້ຄູອາຈານ ພາຍໃນ ວຄສ ມີຄວາມເອກະພາບກັນໃນການແຕ່ງບົດສອນກໍຄືການປະເມີນຜົນການຮຽນຂອງນັກຮຽນ , ຕອນທ້າຍພິທີ ທ່ານ ບຸນຊູ ສຸລິເດດ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ວິທະຍາກອນ ແລະສຳມະນາກອນ ພ້ອມໃຫ້ຄຳຄິດຄຳເຫັນຕໍ່ກອງປະຊຸມ ແລະ ກ່າວປິດພິທີຢ່າງເປັນທາງການ. |