05/05/2011 12:00:00 am - ການສໍາພາດສົດ ທ່ານ ກຶ່ງ ໄຊຍະສານຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ໃນວັນທີ 5/ 5 / 2011 ຂອງຕອນແລງວັນພະຫັດ ທີ່ຫ້ອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ໄດ້ມີການສໍາພາດສົດ ກັບ ຜູ້ອໍານວຍການ ທ່ານ ກຶ່ງ ໄຊຍະສານ ເຊິ່ງເນື້ອໃນຂອງການສໍາພາດ ແມ່ນ ເວົ້າເຖິງ ແຜນການຍົກລະດັບການສຶກສາ ຂອງວິທະຍາໄລຄູສະຫວັນນະເຂດ ແລະ ສໍາພາດໂດຍ ຄູເຝິກທີມີປະສົບການສູງ ດ້ານການສິດສອນ ສອງທ່ານ ຈາກປະເທດ ສິງກະໂປ ເຊິ່ງໃນນັ້ນ ທ່ານ ຜູ້ອໍານວຍການ ຍັງໄດ້ໃຫ້ແນວທາງການປະຕິບັດ ແລະ ຄໍາຄິດຄໍາເຫັນຕື່ມອີກ ເຊັ່ນ: ປະສົບການກ່ຽວ ກັບການສິດສອນຂອງທ່ານ, ການພັດທະນາສະຖາບັນໃຫ້ມີຄຸນນະພາບ, ການຊ່ວຍເຫຼືອວຽກງານວິຊາການ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ, ການຂຽນພາສາອັງກິດແບບວິຊາການ. ຕໍ່ຈາກນັ້ນ ທີມງານຄູເຝິກ ທັງສອງທ່ານ ແລະ ຄະນະຄູ-ອາຈານພາສາອັງກິດ ສາມທ່ານ ທີ່ຖືກຄັດເລືອກ ໄປເປັນຄູເຝິກ ທີ່ ປະເທດ ສິງກະໂປ ກໍ່ໄດ້ໃຊ້ເວລາຫຼາຍພໍສົມຄວນ ແລະ ກໍ່ໄດ້ຂໍຂອບເອິກຂອບໃຈ ມາຍັງທ່ານຜູ້ອໍານວຍການ ທ່ານ ກຶ່ງ ໄຊຍະສານ ເປັນຢ່າງສູງ ທີ່ສະຫຼະເວລາອັນມີຄ່າຂອງທ່ານ ກັບການໃຫ້ແນວທາງການປະຕິບັດ ແລະ ການສໍາພາດ ພ້ອມທັງອວຍພອນຂໍໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ. |