04/05/2011 12:00:00 am - ການສໍາພາດສົດຮອງຜູ້ອໍານວຍການຝ່າຍວິຊາການ ແລະ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ |
ສົ່ງເສີມວິຊາການ![]() ໃນວັນທີ 3/ 5 / 2011 ຂອງວັນຄານ ທີ່ ຫ້ອງຮອງອຳນວຍການຝ່າຍວິຊາການ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ແລະ ຫ້ອງຮອງຫົວໜ້າຫ້ອງການພາສາຕ່າງປະເທດ ທ່ານ ອາຈານ ອຳພອນ ຂາວເພຍສຸພົມ ໄດ້ມີການສຳພາດວຽກງານ ກ່ຽວກັບ ການສິດສອນພາສາອັງກິດ ທີ່ວິທະຍາໄຍຄູສະຫວັນນະເຂດ ຂອງຄູເຝິກທີມີປະສົບການສູງ ດ້ານການສິດສອນ ສອງທ່ານ ຈາກປະເທດ ສິງກະໂປ ເຊິ່ງທຸກໆ ທ່ານ ແມ່ນ ໄດ້ການແລກປ່ຽນຄຳຄິດຄຳເຫັນ ແລະ ປະສົບການ ກ່ຽວກັບການສິດສອນ ແລະ ໄດ້ສຳພາດຮອງຫົວໜ້າຫ້ອງການພາສາຕ່າງປະເທດກ່ອນ ເຊິ່ງເນື້ອໃນ ແມ່ນເວົ້າເຖິງການສອນການຂຽນພາສາອັງກິດແບບວິຊາການ ແລະ ໄດ້ລົງເລິກດ້ານການນໍາໃຊ້ ພາສາອັງກິດໃຫ້ຖືກຕ້ອງ.ຕໍ່ຈາກນັ້ນ, ທີມງານຄູເຝິກທັງສອງທ່ານ ແລະ ຄະນະ ຄູ-ອາຈານພາສາອັງກິດທັງສາມ ທ່ານທີ່ຖືກຄັດເລືອກໄປເປັນຄູເຝິກ ທີ່ ປະເທດສິງກະໂປກໍ່ໄດ້ ເຂົ້າພົບຮອງອໍານວຍການຝ່າຍວິຊາ ການທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ແລະ ໄດ້ສໍາພາດຄໍາຄິດຄໍາເຫັນ ແລະ ແນວທາງປະຕິບັດ ຂອງທ່ານກ່ຽວກັບວຽກງານວິຊາການ ຂອງວິທະຍາໄລຄູສະຫວັນນະເຂດ. |