30/04/2011 12:00:00 am - ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII |
ວັດຜົນ-ປະເມີນຜົນ![]() ທ່າມກາງບັນຍາກາດທີ່ປະຊາຊົນລາວທົ່ວປະເທດກຳລັງຕັ້ງໜ້າປະຕິບັດໜ້າທີ່ອັນສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງ ຊາດອີກຢ່າງໜຶ່ງໃນວັນທີ່ 30 ເມສາ 2011 ນີ້ ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ໄດ້ໝູນວຽນ ຄົບຮອບມາອີກວາລະໜຶ່ງ, ດັ່ງທີ່ທຸກທ່ານຮັບຮູ້ນຳກັນແລ້ວວ່າວັນສຳຄັນທາງປະຫວັດສາດນີ້ຈະໄດ້ຖືກຈັດຂຶ້ນໃນທຸກໆ 5ປີ ສະນັ້ນ,ມື້ນີ້ຈຶ່ງເປັນມື້ທີ່ຫຼາຍໆຄົນມີຄວາມຮູ້ສຶກຕື່ນເຕັ້ນຫຼາຍເພາະນີ້ອາດເປັນຄັ້ງທຳອິດທີ່ພວກເຂົາທີ່ຈະໄດ້ ປະກອບສ່ວນເຂົ້າໃນພາລະກິດທີ່ມີກຽດແລະສຳຄັນຍິ່ງເຊັ່ນນີ້. ເຊິ່ງຖ້າຫາກວ່າບຸກຄົນໃດພາດໂອກາດໃນຄັ້ງນີ້ໄປແລ້ວນັ້ນ ທ່ານກໍ່ຕຈ້ອງລໍຖ້າໂອກາດໃໝ່ທີ່ຈະມາຮອດອີກໃນ 5 ປີຕໍ່ໜ້າພຸ້ນ ດັ່ງນັ້ນ,ຂໍໃຫ້ບັນດາທ່ານທັງຫຼາຍຈົງອອກມາໃຊສິດຂອງທ່ານໃຫ້ເປັນປະໂຫຍດເລືອກຄົນດີ, ມີຄວາມສາມາດ ເຂົ້າມາບໍລິຫານບ້ານເຮົາເມືອງເຮົາໃຫ້ມີຄວາມຈະເລີນກ້າວໜ້າທຽມທັນກັບນາໆປະເທດເຖີ້ນ |