ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



30/04/2011 12:00:00 am - ບັນຍາກາດໃນວັນປ່ອນບັດເລືອກຕັ້ງ
ວັດຜົນ-ປະເມີນຜົນ


ທ່າມກາງບັນຍາກາດທີ່ປະຊາຊົນລາວທົ່ວປະເທດກຳລັງຕັ້ງໜ້າປະຕິບັດໜ້າທີ່ອັນສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງ ຊາດອີກຢ່າງໜຶ່ງໃນວັນທີ່ 30 ເມສາ 2011 ນີ້ ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ໄດ້ໝູນວຽນ ຄົບຮອບມາອີກວາລະໜຶ່ງ.

ວິທະຍາໄລຄູສະຫວັນນະເຂດໄດ້ຮັບເປັນກຽດເປັນສູນການປ່ອນບັດໜ່ວຍທີ 24 ຂອງເມືອງໄກສອນ ແລະຍັງເປັນ ສູນທີ່ໃຫຍ່ທີ່ສຸດໃນ ແຂວງສະຫວັນນະເຂດ; ບັນຍາກາດໃນເຊົ້າມື້ນີ້ນັ້ນ, ຜູ້ອຳນວຍການ ພ້ອມຄະນະ, ຫົວໜ້າຫ້ອງການ , ຄະນະຫ້ອງການຈາກຫ້ອງການຕ່າງໆ ລວມທັງ ຄູ-ອາຈານແລະນັກສຶກສາຜູ້ທີ່ມີສິດປ່ອນບັດເລືອກຕັ້ງຢູ່ ພາຍໃນວິທະຍາໄລຄູ ສະຫັວນນະເຂດ ໄດ້ພາກັນມາຮອດສະຖານທີ່ສຳລັບການປ່ອນບັດເລືອກຕັ້ງ ແຕ່ 7 ໂມງເຊົ້າ ດ້ວຍການແຕ່ງກາຍທີ່ສຸພາບ. ນອກນັ້ນ, ກໍ່ມີອ້າຍນ້ອງຈາກ ປກສ ແຂວງ 2 ສະຫາຍ ເຂົ້າມາຮ່ວມໃນການຮັກສາຄວາມ ສະຫງົບແລະຕິຕາມສະພາບ ຂອງການເລືອກຕັ້ງໃນຄັ້ງນີ້ດ້ວຍ.

ພໍຮອດເວລາ 7 ໂມງ 20 ນາທີ ຄະນະພັກ ຄະນະອຳນວຍການ, ຄະນະຫ້ອງການ, ຄູ- ອາຈານແລະນັກສຶກສາ ຈຳນວນໜຶ່ງ ກໍ່ໄດ້ຮວມຕົວກັນຢູ່ພາຍໃນສະໂມສອນແລະນັກຮຽນສ່ວນທີ່ເຫຼືອກໍ່ພາກັນຢືນຕໍ່ແຖວກັນຢູ່ຕາມ 4 ຈຸດທາງເຂົ້າ ທີ່ໄດ້ຈັດ ຕຽມໄວ້ໃຫ້ແລ້ວນັ້ນ ແລະຮ່ວມກັນເຄົາລົບທຸງຊາດ ຫຼັງຈາກນັ້ນແມ່ນທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວຄສ ກໍ່ໄດ້ຂຶ້ນ ກ່າວເປີດພິທີຢ່າງເປັນທາງການ; ໃນການກ່າວເປີດນັ້ນທ່ານຜູ້ອຳນວຍການ ຍັງຮັບປາກວ່າ ຈະບໍ່ໃຫ້ມີບັດເສຍ, ບັດຕາຍ ແລະ ຮັບປະກັນຄວາມສະຫງົບຮຽບຮ້ອຍເປັນຢ່າງດີ 100 % .

ສຳຫຼັບຮູບແບບໃນການປ່ອນບັດຄັດເລືອກເອົາຜູ້ແທນ ສະມາຊິກສະພາແຫ່ງຊາດ ຊຸດທີ VII ໃນມື້ນີ້ນັ້ນ ແມ່ນໄດ້ ເລິ່ມຕົ້ນຈາກທ່ານຄະນະພັກ ຄະນະອຳນວຍການ, ຄະນະຫ້ອງການ, ຄູ - ອາຈານ ແລະນັກສຶກສາ ຕາມລຳດັບ, ບັນຍາກາດ ຂອງການເລືອກຕັ້ງເປັນໄປດ້ວຍດີແລະເປັນລະບຽບຮຽບຮ້ອຍ ຈົນຮອດເວລາ 10 ໂມງ 30 ນາທີ ການປ່ອນບັດຄັດເລືອກເອົາ ສະມາຊິກສະພາແຫ່ງຊາດ ຊຸດທີ VII ຈາກ 25 ທ່ານ ໃຫ ຍັງເຫຼືອ 17 ທ່ານ ນັນກໍ່ເປັນອັນສິ້ນສຸດລົງຢ່າງສົມບູນ ເຫຼືອໄວ້ແຕ່ ຄະນະກຳມະການກວດກາຄະແນນ ແລະ ເຈົ້າໜ້າທີ່ ທີ່ຈະຕ້ອງຊ່ວຍກັນນັບຄະແນນຢູ່ສະຖານທີ່ດັ່ງກ່າວໃຫ້ສຳເລັດ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ