28/04/2011 12:00:00 am - ພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 125 ປີ |
ວັດຜົນ-ປະເມີນຜົນ![]() ວັນທີ 28/04/2011 ເວລາ 7:30 ໂມງ ທີ່ສະໂມສອນໃຫຍ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ມີພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 125 ປີ (1/5/1886 - 1/5/2011). ເປັນກຽດເຂົ້າຮ່ວມໃນພິທີແມ່ນບັນດາແຂກຈາກຂະແໜງການອື່ນໆມາຮ່ວມເປັນຄະນະປະທານ, ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະ, ບັນດາຄູ-ອາຈານແຕ່ລະຫ້ອງການ ແລະ ນັກສຶກສາ. ໃນພິທີດັ່ງກ່າວ ທ່ານ ນາງ ແກ້ວລຳຂວັນ ພັກດີວິຈິດ ປະທານກຳມະບານ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຂຶ້ນຜ່ານປະຫວັດມູນເຊື້ອຂອງສະຫະພັນກຳມະບານ, ເຜີຍແຜ່ຜົນງານວຽກງານກຳມະບານທີ່ ວິທະຍາໄລຄູ ສະຫວັນນະເຂດ ເຮັດໄດ້ໃນໄລຍະທີ່ຜ່ານມາ. ໃນຕອນທ້າຍຂອງພິທີ ໄດ້ມີການມອບຂອງຂວັນໃຫ້ແກ່ສະຫະພັນກຳມະບານໂຮງຮຽນ ໂດຍທ່ານຜູ້ອຳນວຍການ, ຄະນະສະຫະພັນແມ່ຍິງ ແລະ ຄະນະຊາວໜຸ່ມ. |