20/04/2011 12:00:00 am - ອວຍພອນປີໃໝ່ 2554 |
ກິດຈະກຳນັກສຶກສາ![]() ໃໝ່ອີກປີ ປີໃໝ່ແລ້ວ ປີເກົ່າກາຍໜີ ຫ້ອງການກິດຈະການ ສະບາຍດີ ພີ່ນ້ອງລາວໄກໃກ້ ພະນົມມືໄຫ້ວ ທັງເມືອງໃນເມືອງນອກ ວານບອກອົງເທພໄທ້ ປະທານໃຫ້ທິພະພອນ ປີເກົ່າຊຸສິ່ງຮ້ອນ ຫາຍຫ່າງບາງເບົາ ຈາກຄວາມເຫງົາຫງຸດຫງິດ ເສຖກິດລະລາຍລົ້ມ ຄວາມຂື່ນຂົມໜາວໄຂ້ ໂຣຄາເຈັບປ່ວຍ ທຸກຄວາມອວຍຜ່ານພົ້ນ ຕາມກົ້ນເກົ່າປີ ຕົກມາປີນີ້ກະຕ່າຍນີ້ ລາບຍົດສັນລະເສີນ ຈໍາເຣີນທົງໃຈການ ວຽກການເດີນກ້າວ ຈໍາປາລາວຫອມກຸ້ມ ສັນໃດສຽງຊື່ ໃຫ້ໂລກລືຊ່າຍ້ອງ ແຍງເຈົ້າດັ່ງດຽວ...ພີ່ນ້ອງເອີຍ ໃຫ້ບຸນຮອດຍອດກ້ຽວ ໃຜຜູ້ປ່ຽວຊວງໃນ ໄດພົບພານຫວານໃຈ ຮ່ວມສານຝັນສ້າງ ທາງຜູ້ມີຄູ່ແລ້ວ ທະວີຄູນເຮືອຮຸ່ງ ລຸງອາວອາແມ່ປ້າ ສາວນ້ອຍບ່າວຊອນ... ສຽງແຄນຍ່າວໆຈ້ອນ ຫວານອ່ອນມະໂຫຣີ ຮ່ວມບັນເງສລອງປີ ແຫ່ຂະບວນບໍ່ລໍຊ້າ ຈໍາປາບານໄກວກ້ານ ຕຸດສົງການສັກກະຣາດ ກິດຈະການໂອກາດນີ້ ພະນົມຣ້ອມຝາກສົ່ງພອນ...ທ່ານ ນາ |