01/04/2011 12:00:00 am - ສະຫຼູບວຽກງານຫໍສະໝຸດ ແລະ ວາງແຜນການໃນເດືອນ 4 ທີ່ ຫໍສະໝຸດວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ວັນທີ 30 / 3 / 2011 ເວລາ 3:00 ຂອງຕອນບ່າຍວັນພຸດ ທີ່ ຫໍສະໝຸດ ວິທະຍາໄຍຄູສະຫວັນນະເຂດ ໄດ້ມີການສະຫຼູບວຽກງານຫໍສະໝຸດ ແລະ ວາງແຜນການ ໃນເດືອນ 4 ເຊິ່ງເປັນກຽດເຂົ້າຮ່ວມໃນການສະຫຼູບວຽກ ແມ່ນ ມີ ທ່ານ ອາຈານ ສັງວານຄໍາ ສິງເພັດໄຊບັນຍາ ຫົວໜ້າຫ້ອງການວິຊາການ ພ້ອມທັງເປັນ ຜູ້ຊີ້ນໍາລວມວຽກງານຫໍສະໝຸດ, ທ່ານ ອາຈານ ສອນທະວີ ແສງດາລາສີນ ຫົວໜ້າໜ່ວຍງານຫໍສະໝຸດ ແລະ ພະນັກງານຄູ-ອາຈານ ທີ່ ປະຈໍາການ ໃນ ຫໍສະໝຸດ ກໍ່ໄດ້ເຂົ້າຮ່ວມ. ເຊິ່ງເນື້ອໃນ ການສະຫຼູບ ແມ່ນເວົ້າເຖິງ ຜົນງານທີ່ສາມາດເຮັດໄດ້ ໃນໄລຍະ 1 ພາກຮຽນ ຂອງ (ສົກຮຽນ 2010-2011) ທີ່ຜ່ານມາ ພ້ອມທັງວາງແຜນການ ໃນເດືອນ 4 ວ່າຈະປະຕິບັດ ເພື່ອບັນລຸຈຸດປະສົງ. |