28/03/2013 12:00:00 am - ສະຫຼຸບຜົນການແຂ່ງຂັນກິລາປະເພດຕ່າງໆ |
ພາສາຕ່າງປະເທດ![]() ໃນຕອນບ່າຍວັນພຸດທີ 27 ມີນາ 2013 ທີ່ສະໜາມກິລາ ວຄສ ໄດ້ມີການແຂ່ງ ຂັນກິລາປະເພດຕ່າງໆທີ່ເປັນການພົບກັນລະຫວ່າງຫ້ອງການພາສາຕ່າງປະເທດກັບຫ້ອງການວິທະຍາສາດທຳມະຊາດໃນນັ້ນໄດ້ມີການແຂ່ງຂັນກິລານບານເຕະຊາຍຜົນການແຂ່ງຂັນປາກົດວ່າທີມ ຈາກຫ້ອງການພາສາຕ່າງປະເທດເອົາຊະນະແບບວຸດວິດ 1 ປະຕູຕໍ່ 0 ໂດຍການຍິງປະຕູຂອງ ທ້າວ ອະນຸລັກ ບຸນມາໄຊ ຫ້ອງ 4 A (11+5) ໃນນາທີ ທີ 25 ຂອງເຄິ່ງເວລາທຳອິດ ໂດຍການຜ່ານທາງດ້ານປີກຂວາຂອງ ອຈ ສຸກ ວົງ ວິມານ, ເຊິ່ງເຮັດໃຫ້ທີມຈາກຫ້ອງການພາສາ ຕ່າງປະເທດເກັບ 3 ແຕ້ມໃນການແຂ່ງຂັນກິລາປະຈຳປີ ສົກຮຽນ 2012-2013, ສ່ວນຜົນການແຂ່ງຂັນບານເຕະ ຍິງແມ່ນສະເໝີ ກັນ 0-0, ສຳລັບກິລາບານ ສົ່ງຊາຍແມ່ນທີມຈາກ ຫ້ອງການພາສາຕ່າງປະເທດຊະນະໄປ 2-0 ເຊັດ ແຕ່ວ່າທີມບານສົ່ງຍິງຫ້ອງການພາສາຕ່າງປະເທດ ແມ່ນເສຍໃຫ້ທີມຈາກສາຍທຳມະຊາດ 0-2 ເຊັດ, ສ່ວນກິລາ ແລ່ນ 100 ແມັດຍິງ ນ. ທິບພາພອນ ແກ້ວວົງສະລາດ ຫ້ອງ 2Eສາຍພາສາຕ່າງປະເທດ ແມ່ນສາມາດ ເຂົ້າຊີງຊະນະເລີດໃນວັນ 8 ພຶດສະພາ 2013. |