30/03/2011 12:00:00 am - ການຈັດກິດຈະກໍາສົ່ງເສີມວິຊາການ ຂອງສາຍພາສາຕ່າງປະເທດ (ພາກປົກກະຕີ ປີ1) ທີ່ສະໂມສອນໃຫຍ່ |
ສົ່ງເສີມວິຊາການ![]() ໃນວັນທີ 30/ 03 / 2011 ເວລາ 8:00 ຫາ 11:30 ຂອງຕອນເຊົ້າວັນພຸດ ທີ່ສະໂມສອນໃຫຍ່ ໄດ້ມີການຈັດກິດຈະກໍາຕອບ-ຖາມ ວິທະຍາສາດ ເພື່ອເປັນການສົ່ງເສີມວຽກງານວິຊາການ ທາງດ້ານການນໍາໃຊ້ ພາສາອັງກິດ ໃຫ້ແກ່ນັກສຶກສາປີ 1 ສາຍຄູພາກປົກກະຕິ ໂດຍໃຫ້ການສະໜັບສະໜູນ ຈາກ ຫຼາຍໆພາກສ່ວນ ເຊັ່ນ: ຫ້ອງການວິຊາການ, ຫ້ອງການກິດຈະການນັກສຶກສາ ແລະ ຫ້ອງການພາສາຕ່າງປະເທດ. ເຊິ່ງເປັນກຽດເຂົ້າຮ່ວມໃນກິດຈະກໍາ ຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ກຶ່ງ ໄຊຍະສານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ກໍ່ໃຫ້ກຽດເຂົ້າຮ່ວມ ພ້ອມທັງເປັນປະທານຂອງກິດຈະກໍາໃນຄັ້ງນີ້, ທ່ານ ອາຈານ ແກ້ວໃຈ ໄຊຍະສັກ ຫົວໜ້າຫ້ອງການພາສາຕ່າງປະເທດ, ທ່ານ ອາຈານ ອໍາພອນ ຂາວເພຍສຸພົມ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ, ຄະນະກໍາມະການ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ກວ່າ 230 ຄົນ. ເຊິ່ງພາຍໃນງານ ແມ່ນ ມີຫຼາຍກິດຈະກໍາ ເຊັ່ນ: ການຮ້ອງເພັງ , ການເຕັ້ນ , ການຕອບຄໍາຖາມ ເອົາລາງວັນ ແລະ ຈຸດເດັ່ນຂອງງານກິດຈະກໍາ ກໍ່ແມ່ນ ການ ແຂ່ງຂັນການຕອບຄໍາຖາມ ຂອງ ແຕ່ລະວິຊາຮຽນໃນຊັ້ນປີ1 ເຊັ່ນ: ວິຊາ General English, Methods, Study skill, Politic, General Knowledges. ຜົນການແຂ່ງຂັນ ປະກົດວ່າ ຫ້ອງ ປີ 1A ( 11 + 5 ) ຊະນະຄະແນນ ຫ້ອງ 1B ( 11 + 5 ) ໃນຄະແນນ (score) 135 ຕໍ່ 85. |