27/03/2011 12:00:00 am - ການເຄື່ອນໄຫວກິລາບານສົ່ງ ຊາຍ - ຍິງ ຂອງ ທີມ ວຄສ |
ວັດຜົນ-ປະເມີນຜົນ![]() ເພື່ອເປັນການເສີມທັກສະທາງແລະເຝິກຊ້ອມນັກກິລາບານສົ່ງຊາຍ- ຍິງຂອງວິທະຍາໄລຄູສະຫັວນນະເຂດໃຫ້ມີ ຄວາມເຂັ້ມແຂງຂຶ້ນ. ດັ່ງນັ້ນ,ທີມບານສົ່ງຊາຍ-ຍິງຈຶ່ງໄດ້ອອກເຄື່ອນໄຫວກິດຈະກຳກັບທັງພາຍໃນແລະພາຍນອກວຄສດັ່ງນີ້: ຕໍ່ກັບພາຍນອກ ວິທະຍາໄລຄູຂອງພວກເຮົາກໍ່ໄດ້ມີການເຮັດໃບກິດສຳພັນເຊີນເອົາບັນດາທີມບານສົ່ງຊາຍ-ຍິງຂອງແຕ່ລະໂຮງຮຽນ ແລະວິທະຍະໄລອ້ອມຂ້າງມາຮ່ວມການແຂ່ງຂັນເພື່ອສ້າງສຳພັນທະໄມຕີແລະກໍ່ຍັງເປັນການເສີມປະສົບການ ໃຫ້ກັບບັນດານັກກິລາໃຫ້ມີຄວາມກ້າສະແດງອອກແລະມີໄຫວພິບຂຶ້ນຕື່ມ. ນອກຈາກທີມພວກເຮົາກໍ່ຍັງໄດ້ຖືກຮັບເຊີນໃຫ້ໄປຮ່ວມແຂ່ງຂັນ ກັບບັນດາສະຖາບັນຕ່າງເຊັນກັນດັ່ງໃນວັນທີ 15 ມີນາ ທີ່ຜ່ານມາພວກເຮົາກໍ່ໄດ້ ຖືກເຊີນ ຈາກຫ້ອງການບານສົ່ງແຂວງສະຫວັນນະເຂດ ໃຫ້ໄປແຂ່ງຂັນ ກັບທີມ ເຍົາວະຊົນແຂວງ ທີ່ເດີ່ນກິລາຮົ່ມຫຼັກ 4 ຂອງແຂວງ. ສຳລັບພາຍໃນ ວິທະຍາໄລຄູສະຫັວນນະເຂດເອງ, ໃນໄລຍະນີ້ກໍ່ກຳລັງມີການແຂ່ງຂັ້ນກີລາພາຍໃນປະເພດ ບານສົ່ງຢູ່ທີ່ສະໜາມບານສົ່ງວຄສເອງ. ຊຶ່ງປະກອບມີທັງໝົດ 4 ທີມຈາກ 4 ສາຍຮຽນດັ່ງນີ້: 1. ທີມຈກຫ້ອງການວິທະຍາສາດທຳມະຊາດ 2. ທີມຈາກຫ້ອງການພາສາຕ່າງປະເທດ 3. ທີມຈາກຫ້ອງການວິທະຍາສາດສັງຄົມ 4. ທີມຈາກຫ້ອງການສ້າງຄູປະຖົມແລະອະນຸບານ ສຳລັບທີມຕົວເກງຊາຍແມ່ນຫ້ອງການວິທະຍາສາດທຳມະຊາດເພາະມີນັກວິລາທີມຂອງວຄສຢູ່ເຖິງ 4 ຄົນ. ສ່ວນທີຍິງແມ່ນຫ້ອງການວິທະຍາສາດສັງຄົມເຊິ່ງມີນັກຕົບຝີມືດີຂອງທີມ ວຄສ ຢູ່ນຳ. ຜົນການແຂ່ງຂັນຈະອອກມາແນວໃດນັ້ນ ຈະຕ້ອງໄດ້ຕິດຕາມຜົນການແຂ່ງຂັນຕໍ່ໄປເ ຊິ່ງຂ້າພະເຈົ້າ ຈະໄດ້ນຳເອົາມາລາຍງານໃຫ້ຮັບຮູ້ເປັນໄລຍະ ຂໍຂອບໃຈ yes |