ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



25/03/2011 12:00:00 am - ພິທີປິດກອງປະຊຸມທົບທວນຫຼັກສູດຄືນ ຂອງທຸກສາຍຮຽນ ທີ່ຫ້ອງປະຊຸມຊັ້ນສອງ
ສົ່ງເສີມວິຊາການ


ວັນທີ 25 ເດືອນ ມີນາ ປີ2011 ຂອງຕອນບ່າຍວັນສຸກ ເວລາ 1:30ກອງປະຊຸມສຳມະນາທາງວິຊາການກ່ຽວກັບ ການປັບປຸງຫຼັກສູດ,ການທວນຄືນ ແລະ ພັດທະນາການຮຽນ-ການສອນຂື້ນ ທີ່ຫ້ອງປະຊຸມຊັ້ນ ສອງ ແມ່ນໄດ້ປິດລົງ ເຊິ່ງບົດສະຫຼຸບຂອງກອງປະຊຸມ ແມ່ນ ໄດ້ຕົກລົງເຫັນດີເອກະພາບ ໃນການປັບປຸງ ແລະ ເບິ່ງຄືນສຳລັບລາຍວິຊາຮຽນຂອງ ແຕ່ລະສາຍຮຽນ ໂດຍສະເພາະ ກໍ່ແມ່ນສາຍພາສາຕ່າງປະເທດ ແມ່ນໄດ້ມີ ການປັບປຸງ ບາງລາຍວິຊາທີ່ມີຄວາມສຳຄັນ ແລະ ມີຄວາມຈຳເປັນຕໍ່ກັບການຮຽນພາສາ, ທຸກລະບົບຮຽນ ພ້ອມທັງ ຫຼັກສູດ ເສົາ-ທິດ ຂອງທ່າແຂກ.

ພ້ອມກັນນັ້ນ ທາງສາຍສ້າງຄູປະຖົມ-ອະນຸບານ ກໍ່ໄດ້ສະເໜີ ຫຼັກສູດການຮຽນ-ການສອນໃນ ລະບົບ (9+3) ຂອງສາຍຮຽນອະນຸບານ ແລະ (9+3 ) ຂອງສາຍຮຽນສ້າງຄູປະຖົມ ແມ່ນ ຈະໄດ້ມີຄົ້ນຄ້ວາ ແລະ ປັບປຸງກ່ຽວກັບຫຼັກສູດຕື່ມອີກ ເພາະວ່າ ຫຼັກສູດ(9+3)ຍັງຖືກປັບປຸງ, ໂດຍມີພາກສ່ວນຮັບຜິດຊອບ ເຊັ່ນ: ຫ້ອງການວິຊາການ ແລະ ຫ້ອງການສາຍສ້າງຄູປະຖົມ-ອະນຸບານ ຈະໄດ້ມີການຄົ້ນຄ້ວາຄືນ ຫຼັງຈາກການປິດກອງປະຊຸມ ໃນຄັ້ງນີ້.

ເປັນກຽດເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ແມ່ນມີ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອໍານວຍການຝ່າຍວິຊາການ, ທ່ານ ອາຈານ ວິໄນ ສຸຂະລາດ ຮອງຜູ້ອໍານວຍການຝ່າຍວັດ-ປະເມີນຜົນ ກໍ່ໃຫ້ກຽດມາເປັນປະທານໃນກອງປະຊຸມສຳມະນາໃນຄັ້ງນີ້ ພ້ອມທັງບັນດາ ຫົວໜ້າຫ້ອງການ ທັງ 4 ຫ້ອງການ ແລະ ຄະນະຮັບຜິດຊອບຄະແນນ ຂອງແຕ່ລະສາຍຮຽນ ກໍ່ໄດ້ເຂົ້າຮ່ວມ.

ເຊິ່ງ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອໍານວຍການຝ່າຍວິຊາການ ກໍ່ໄດ້ຂື້ນໃຫ້ຄໍາຄິດຄໍາເຫັນ,ຕີລາຄາຜົນ

ໄດ້ຮັບຂອງກອງປະຊຸມແລະ ຜົນການສະຫຼຸບກອງປະຊຸມ ແມ່ນ ໄດ້ເຫັນດີເອກະພາບກັນໃນແຕ່ລະລາຍວິຊາຮຽນ

,ຈຳນວນຊົ່ວໂມງຮຽນ, ໜ່ວຍກິດຂອງບາງວິຊາ ຂອງທັງ 4 ສາຍຮຽນ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ