ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



23/03/2011 12:00:00 am - ກອງປະຊຸມທົບທວນຫຼັກສູດຄືນ ຂອງທຸກສາຍຮຽນ ທີ່ວິທະຍາໄລຄູສະຫວັນນະເຂດ
ສົ່ງເສີມວິຊາການ


ວັນທີ 22-25 ເດືອນ ມີນາ ປີ2011 ຂອງຕອນບ່າຍວັນຄານ ເວລາ 1:30ຫ້ອງການວິຊາການ ໄດ້ມີການຈັດກອງປະຊຸມສຳມະນາທາງວິຊາການກ່ຽວກັບ ການປັບປຸງຫຼັກສູດ,ການທວນຄືນ ແລະ ພັດທະນາການຮຽນ-ການສອນຂື້ນ ທີ່ຫ້ອງປະຊຸມຊັ້ນ ສອງ ເຊິ່ງເປັນກຽດເຂົ້າຮ່ວມໃນກອງປະຊຸມໃນຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອຳນວຍການຝ່າຍວິຊາການ, ທ່ານ ອາຈານ ວິໄນ ສຸຂະລາດ ຮອງຜູ້ອຳນວຍການຝ່າຍວັດ-ປະເມີນຜົນ ກໍ່ໃຫ້ກຽດມາເປັນປະທານໃນກອງປະຊຸມສຳມະນາໃນຄັ້ງນີ້ ພ້ອມທັງບັນດາ ຫົວໜ້າຫ້ອງການ ທັງ 4 ຫ້ອງການ ແລະ ຄະນະຮັບຜິດຊອບຄະແນນ ຂອງແຕ່ລະສາຍຮຽນ ກໍ່ໄດ້ເຂົ້າຮ່ວມສຳມະນາ ເຊິ່ງຈຸດປະສົງຂອງການສຳມະນາໃນຄັ້ງນີ້ ກໍ່ເພື່ອ ທວນຄືນຫຼັກສູດ ແລະ ອອກຄຳຄິດຄຳເຫັນກ່ຽວກັບ ການນຳໃຊ້ຫຼັກສູດ ຂອງວິທະຍາໄລຄູສະຫວັນນະເຂດ.

ພາຍໃນກອງປະຊຸມສໍາມະນາ ພະນັກງານຄູ-ອາຈານ ທັງ 4 ສາຍຮຽນ ແລະ ຄະນະຮັບຜິດຊອບຄະແນນຂອງແຕ່ລະສາຍຮຽນ ແມ່ນ ມີການໃຫ້ຄໍາຄິດຄໍາເຫັນ, ແກ້ໄຂຈຸດຄົງຄ້າງ ແລະ ປຶກສາຫາລືຕໍ່ກັບ ລາຍວິຊາຮຽນທີ່ມີຄວາມສໍາຄັນ ວ່າມີຈັກໜ່ວຍກິດ. ໂດຍສະເພາະແລ້ວ,ທາງຄະນະປະທານ ແລະ ຄະນະຮັບຜິດຊອບກໍ່ຍັງໄດ້ເໜັ້ນໜັກຕື່ມອີກ ກ່ຽວກັບ ການຮຽນ-ການສອນ ຂອງສາຍເສົາ -ທິດ,ສາຍພັກແລງ,ການຮຽນ-ການສອນ ທີ່ປາກຊອງ ແລະ ທີ່ທ່າແຂກອີກດ້ວຍ.

ເຊິ່ງກອງປະຊຸມສໍາມະນາ ແມ່ນ ຈະໄດ້ຈັດຂື້ນ 3 ວັນ ຂອງຕອນບ່າຍ ໃນວັນທີ 22 ຫາ 23 ເດືອນ ມີນາ ປີ 2011ແລະ ພິທີປິດ ແມ່ນ ຈະໄດ້ຈັດໃນວັນທີ 25 ເດືອນ ມີນາ ປີ2011.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ