21/03/2011 12:00:00 am - ພິທີຮັບຂະບວນເຝິກຫັດ(ນັກສຶກສາສາຍ ສ້າງຄູປະຖົມ - ອະນຸບານ/ສູນຕ່າງໆ ໃນເທດສະບານເມືອງ ໄກສອນ) |
ສົ່ງເສີມວິຊາການ![]() ວັນທີ 18 ເດືອນ ມີນາ ປີ 2011 ຂອງຕອນເຊົ້າວັນສຸກ ເວລາ 8:00 ທີ່ ວິທະຍາໄລຄູສະຫວັນນະເຂດ, ໄດ້ມີການຈັດພິທີຮັບຂະບວນເຝີກຫັດ ( ສະຖານທີ: ເດີນສະໂມສອນໃຫຍ່ ) ຂອງນັກສຶກສາ ສາຍສ້າງຄູປະຖົມ-ອະນຸບານ ແລະ ສູນຕ່າງໆ ທີ່ລົງເຝິກຫັດວິຊາຊີບຄູ ໃນເທດສະບານເມືອງ ໄກສອນ ເຊິ່ງເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ກຶ່ງ ໄຊຍະສານ ຜູ້ອໍານວຍການ ວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະ ກໍ່ເປັນກຽດເຂົ້າຮ່ວມ, ພະນັງານຄູ-ອາຈານ ແລະ ນັກສຶກສາສາຍສ້າງຄູປະຖົມ-ອະນຸບານ ກໍ່ໄດ້ເຂົ້າຮ່ວມ. ຍິ່ງໄປກວ່ານັ້ນ ທາງຜູ້ອໍານວຍການ ແລະ ຄະນະ ກໍ່ຍັງໄດ້ຂື້ນກ່າວຮັບ ແລະ ຍ້ອງຍໍຊົມເຊີຍຜົນງານຂອງນັກສຶກສາທີ່ສາມາດຍາດມາໄດ້ ຢ່າງສຸດໃຈ. ພາຍໃນງານ ແມ່ນມີຄວາມເບີກບານມ່ວນຊືນເຕັມໄປດ້ວຍ ໃບໜ້າອັນຍີ້ມແຍ້ມ ແລະ ສຽງເພງ-ສຽງດົນຕີ, ການຮ້ອງເພງ, ການຟ້ອນລໍາ, ແລະ ຈຸດເດັ່ນຂອງງານ ກໍ່ແມ່ນ ພິທີຕ້ອນຮັບ ເອື້ອຍອ້າຍ ທີ່ມາຈາກເຝິກຫັດຢ່າງເປັນຂະບວນຟົດຟື້ນ. |