ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



17/03/2011 12:00:00 am - ການເຊັນສັນຍາຮ່ວມມືທາງວິຊາການ ລະຫວ່າງປະເທດລາວ-ໄທ
ພັດທະນາຄູ


ໃນລະຫວ່າງວັນທີ 3-4 ມີນາ 2011, ຄະນະຜູ້ບໍລິຫານຂອງວິທະຍາໄລຄູສະຫວັນນະເຂດ ນຳພາໂດຍ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ, ພ້ອມດ້ວຍ ທ່ານ ວິໄນ ສຸຂະຣາດ ຄະນະອຳນວຍການ, ທ່ານ ລັດສະໝີ ພະໄຊສີ ຫົວໜ້າຫ້ອງການຈັດຕັ້ງພັກ-ພະນັກງານ, ທ່ານ ສັງວານຄຳ ສິງເພັດໄຊປັນຍາ ຫົວໜ້າຫ້ອງການສົ່ງເສີມວິຊາການ ແລະ ທ່ານ ບໍລົມ ເກດຕະວົງ ຫົວໜ້າຫ້ອງການ ພັດທະນາຄູ ໄດ້ເດີນທາງໄປ ວິທະຍາໄລຣາຊະພັດບຸຣີຣຳເພຶ່ອເຊັນສັນຍາຮ່ວມມືທາງດ້ານວິຊາການ ພິທີດັ່ງກ່າວຈັດຂຶ້ນທີ່ຫ້ອງປະຊຸມສຸພັນນິກຊັ້ນ 2,ອາຄານສະເຫຼີມພະກຽດ 50 ພັນສາມະຫາວະຊີຣາລົງກອນ ມະຫາວິທະຍາໄລຣາຊະພັດບຸຣີຣຳ ເຊິ່ງຝ່າຍໄທ ນຳໂດຍ ທ່ານ ຮສ ໂກວິດ ເຊື່ອມກາງ ອະບໍດີມະຫາ ວິທະຍາໄລພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສັນຍາຮ່ວມມືຄັ້ງນີ້ແນໃສ່ວຽກງານການແລກປ່ຽນບົດຮຽນທາງດ້ານວິຊາການ ໂດຍສະເພາະ ການ ຊ່ວຍເຫຼືອ ຍົກລະດັບ ຄູ-ອາຈານ ຢູ່ວິທະຍາໄລຄູ ສະຫວັນນະເຂດ ໃນລະດັບປະລິນຍາໂທ, ເອກ ໃນສາຂາວິຊາຕ່າງ ຕະຫຼອດຮອດການແລກປ່ຽນການ ສຶກສາ, ສິລະປະ ແລະ ວັດທະນະທຳຂອງທັງ ສອງສະຖາບັນ.

ນອກນັ້ນ, ທາງມະຫາວິທະຍາໄລ ຣາຊະພັດບຸຣີຣຳ ໄດ້ນຳພາຄະນະຜູ້ບໍລິຫານ ຈາກວິທະຍາໄລຄູ ສະຫວັນນະເຂດທ່ຽວຊົມ ບໍລິເວນມະຫາວິທະຍາໄລແລະທ່ຽວຊົມສະຖານທີ່ທ່ອງທ່ຽວຂອງແຂວງ ບຸຣີຣຳເຊັ່ນ: ຜາສາດຫີນພະນົມຣຸ່ງ ເຊິ່ງເປັນແຫຼ່ງທ່ອງທ່ຽວ ທີ່ສຳຄັນຂອງແຂວງອີກດ້ວຍ.ໃນວັນທີ 4/3/2011 ຄະນະດັ່ງກ່າວກໍ່ເດີນທາງກັບຄືນສູ່ສະຫວັນນະເຂດດ້ວຍຄວາມສະຫວັດດີພາບ ທຸກປະການ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ