17/03/2011 12:00:00 am - ການປິດຂະບວນເຝີກຫັດ ສູນມັດທະຍົມຕົ້ນ ນາເຊັງ ໂດຍ ( ຄະນະຫ້ອງການວິຊາການ ວິທະຍາໄລຄູ ສະຫວັນນະເຂດ ) |
ສົ່ງເສີມວິຊາການ![]() ວັນທີ 17 ເດືອນ ມີນາ ປີ 2011 ຂອງຕອນເຊົ້າວັນພະຫັດ ເວລາ 8:00 ຫ້ອງການວິຊາການ ໄດ້ເຂົ້າຮ່ວມການປິດ ຂະບວນເຝິກຫັດ ທີ່ສູນ ມັດທະຍົມຕົ້ນນາເຊັງ ເຊິ່ງນໍາພາໂດຍ: ທ່ານ ອາຈານ ຈະເລີນ ນິລະບຸດ ຮອງຫົວໜ້າຫ້ອງການວິຊາການ, ອາຈານ ແສງສັນໄຊ ຂັດຕິຍະວົງ. ຍິ່ງໄປກວ່ານັ້ນ ທ່ານ ນາງ ລີງທອງ ແສງຕະວັນ ຮອງຫົວໜ້າຫ້ອງການສຶກສາທິການ ເມືອງໄກສອນພົມວິຫານ ກໍ່ໃຫ້ກຽດເຂົ້າຮ່ວມໃນງານປິດ ຂະບວນເຝີກຫັດຄັ້ງນີ້, ທ່ານ ຄໍາຫວີນ ເສນທະວົງ ອໍານວຍການ ໂຮງຮຽນມັດທະຍົມຕົ້ນ ນາເຊັງ ພ້ອມຄະນະຄູ-ອາຈານ, ຄະນະອໍານວຍການແຕ່ລະໂຮງຮຽນ ທີ່ອ້ອມຂ້າງ ເທດສະບານ ເມືອງໄກສອນ, ນັກສຶກສາທຸກສາຍຮຽນ ຈາກ ວິທະຍາໄລຄູສະຫວັນນະເຂດ ທີ່ລົງເຝີກຫັດວິຊາຊີບໃນໂຮງຮຽນ ມັດທະຍົມຕົ້ນນາເຊັງ, ນັກຮຽນ, ພໍ່ແມ່ປະຊາຊົນ, ນາຍບ້ານ ຊາວໜຸ່ມ, ເພດຍິງ, ນາຍໂຮມ ແລະ ອໍານາດການປົກຄອງ ກໍ່ ໃຫ້ກຽດເຂົ້າຮ່ວມ. ພາຍໃນງານ ທາງ ຜູ້ອໍານວຍການໂຮງຮຽນ ເພີ່ນຍັງໄດ້ກວ່າເຖິງຜົນງານທີ່ສາມາດຍາດມາໄດ້ ໃນຫຼາຍວຽກງານຕໍ່ກັບໂຮງຮຽນ ແລະ ໄດ້ກວ່າມອບ ນັກສຶກສາທີ່ລົງມາເຝີກໃນໂຮງຮຽນ ນາເຊັງ ຕໍ່ຈາກນັ້ນ ທາງ ຄະນະບ້ານ ກໍ່ຄື ນາຍບ້ານ ບ້ານນາເຊັງ ທ່ານ ສຸລີຍົງ ຖາວອນວົງ ກໍ່ໄດ້ຍ້ອງຍໍ ບັນດາສະມາຊິກ ນັກສຶກສາ ທີ່ລົງມາໃນສູນ ແມ່ນ ດີຫຼາຍ ທີ່ ສາມາດເຄື່ອນໄຫວວຽກງານຕ່າງໄດ້ສໍາເລັດ ຕໍ່ຈາກນັ້ນອີກ ທາງ ທ່ານ ອາຈານ ຈະເລີນ ນິລະບຸດ ຮອງຫົວໜ້າຫ້ອງການວິຊາການ ກໍ່ໄດ້ຂື້ນ ກວ່າຄໍາຄິດຄໍາເຫັນຕໍ່ ກັບ ວຽກງານດັ່ງກວ່າໃນຫຼາຍດ້ານ ແລະ ໄດ້ມອບໃບສັນລະເສີນຍ້ອງຍໍ ໃຫ້ແກ້ ໂຮງຮຽນ ມັດທະຍົມຕົ້ນ ນາເຊັງ ພ້ອມກັບເງີນຈໍານວນໜຶ່ງ. |