17/03/2011 12:00:00 am - ການຈັດກິດຈະກໍາສົ່ງເສີມວິຊາການ ຂອງສາຍພາສາຕ່າງປະເທດ(ພາກຄໍ່າ ປີ2) ທີ່ສະໂມສອນໃຫຍ່ |
ສົ່ງເສີມວິຊາການ![]() ໃນວັນທີ 16 / 03 / 2011 ເວລາ 5:00 ຫາ 8:00 ຂອງຕອນແລງວັນພຸດ ທີ່ສະໂມສອນໃຫຍ່ ໄດ້ມີການຈັດກິດຈະກໍາຕອບ-ຖາມ ວິທະຍາສາດ ເພື່ອເປັນການສົ່ງເສີມວຽກງານວິຊາການ ທາງດ້ານການນໍາໃຊ້ ພາສາອັງກິດ ໃຫ້ແກ່ນັກສຶກສາປີສອງພາກຄໍ່າ ໂດຍໃຫ້ການສະໜັບສະໜູນ ຈາກ ຫຼາຍໆພາກສ່ວນ ເຊັ່ນ: ຫ້ອງການວິຊາການ, ຫ້ອງການກິດຈະການນັກສຶກສາ ແລະ ຫ້ອງການພາສາຕ່າງປະເທດ. ເຊິ່ງເປັນກຽດເຂົ້າຮ່ວມໃນກິດຈະກໍາ ຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອໍານວຍການຝ່າຍວິຊາການ ກໍ່ໃຫ້ກຽດເຂົ້າຮ່ວມ, ທ່ານ ອາຈານ ສັງທອງ ລັດຖະສິງ ຫົວໜ້າຫ້ອງການບໍລິຫານ, ທ່ານ ອາຈານ ແກ້ວໃຈ ໄຊຍະສັກ ຫົວໜ້າຫ້ອງການພາສາຕ່າງປະເທດ, ທ່ານ ອາຈານ ອໍາພອນ ຂາວເພຍສຸພົມ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ, ຄະນະກໍາມະການ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ກວ່າ 270 ຄົນ. ເຊິ່ງພາຍໃນງານ ແມ່ນ ມີຫຼາຍກິດຈະກໍາ ເຊັ່ນ: ການຮ້ອງເພັງ , ການເຕັ້ນ , ການຕອບຄໍາຖາມ ເອົາລາງວັນ ແລະ ຈຸດເດັ່ນຂອງງານກິດຈະກໍາກໍ່ແມ່ນ ການ ແຂ່ງຂັນການຕອບຄໍາຖາມ ຂອງ ແຕ່ລະວິຊາຮຽນໃນຊັ້ນປີ ສອງ ເຊັ່ນ: ວິຊາ Headway, Reading, Study skill, Politic, General Knowledges. ຜົນການແຂ່ງຂັນ ປະກົດວ່າ ຫ້ອງ ປີ 2 F ພາກຄໍ່າ ຊະນະຄະແນນ ຫ້ອງ 2C ໃນຄະແນນ (score) 140 ຕໍ່ 135. |