15/03/2011 12:00:00 am - ການຈັດກິດຈະກໍາສົ່ງເສີມວິຊາການ ຂອງສາຍພາສາຕ່າງປະເທດ(ພາກຄໍ່າ) ທີ່ສະໂມສອນໃຫຍ່ |
ສົ່ງເສີມວິຊາການ![]() ໃນວັນທີ 15 / 03 / 2011 ເວລາ 5:00 ຂອງຕອນແລງວັນຄານ ທີ່ສະໂມສອນໃຫຍ່ ໄດ້ມີການຈັດກິດຈະກໍາຕອບ-ຖາມ ວິທະຍາສາດ ເພື່ອເປັນການສົ່ງເສີມວຽກງານວິຊາການ ທາງດ້ານການນໍາໃຊ້ ພາສາອັງກິດ ແກ່ນັກສຶກສາປີໜຶ່ງພາກຄໍ່າ ໂດຍໃຫ້ການສະໜັບສະໜູນ ຈາກ ຫ້ອງການວິຊາການ, ຫ້ອງການກິດຈະການນັກສຶກສາ ແລະ ຫ້ອງການພາສາຕ່າງປະເທດ. ເຊິ່ງເປັນກຽດເຂົ້າຮ່ວມໃນກິດຈະກໍາ ຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ບຸນຊູ ສຸລິເດດ ຮອງຜູ້ອໍານວຍການຝ່າຍກິດຈະກຳນັກສຶກສາ ກໍ່ໃຫ້ກຽດເຂົ້າຮ່ວມ, ທ່ານ ອາຈານ ແກ້ວໃຈ ໄຊຍະສັກ ຫົວໜ້າຫ້ອງການພາສາຕ່າງປະເທດ, ທ່ານ ອາຈານ ເຫວດ ມົນທາທິລາດ ຮອງຫົວໜ້າຫ້ອງການວິທະຍາສາດສັງຄົມ, ຄະນະກໍາມະການ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ກວ່າ 250 ຄົນ. ເຊິ່ງພາຍໃນງານ ແມ່ນ ມີຫຼາຍກິດຈະກໍາ ເຊັ່ນ: ການຮ້ອງເພັງ , ການເຕັ້ນ , ການຕອບຄໍາຖາມ ເອົາລາງວັນ ແລະ ກິດຈະກໍາເດັ່ນຂອງງານກໍ່ແມ່ນ ການ ແຂ່ງຂັນການຕອບຄໍາຖາມ ຂອງ ແຕ່ລະວິຊາຮຽນໃນຊັ້ນປີ ໜຶ່ງ ເຊັ່ນ: Headway, Reading, Study skill, Politic, General Knowledges. |