02/03/2011 12:00:00 am - ກອງປະຊຸມສໍາມະນາແລກປ່ຽນທາງວິຊາການ ຈາກວິທະຍາໄລຄູສາລະວັນ |
ສົ່ງເສີມວິຊາການ![]() ໃນວັນທີ 1 ເດືອນ ມີນາ ປີ 2011ເວລາ 1: 30ຂອງຕອນບ່າຍວັນຈັນ ທີ່ຫ້ອງປະຊຸມຊັ້ນ ສອງ ໄດ້ມີ ການຈັດ ກອງປະຊຸມ ສຳມະນາແລກປ່ຽນທາງວຽກວິຊາການ ລະຫວ່າງ ວິທະຍາໄລຄູ ສະຫວັນນະເຂດ ແລະ ວິທະຍາໄລຄູ ສາລະວັນ ເຊິ່ງເນື່ອໃນຂອງການສຳມະນາ ແລກປ່ຽນໃນຄັ້ງນີ້ ແມ່ນ ໄດ້ແນໃສ່ໃນ 3 ວຽກງານ ເຊັ່ນ: ວຽກງານວິຊາການ ການຮຽນ- ການສອນ ຂອງແຕ່ລະສາຍຮຽນ ພິເສດແມ່ນ ການສອນ ພາສາອັງກິດພາກຄໍ່າ, ວຽກງານກິດຈະກຳ ແລະ ວຽກງານສົ່ງເສີມວິຊາການ ພ້ອມທັງເປັນການ ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ສອງ ສະຖາບັນ ໃຫ້ມີຄວາມເຂັ້ມແຂງ ເຊິ່ງເປັນກ່ຽດເຂົ້າຮ່ວມ ໃນການສໍາມະນາໃນຄັ້ງນີ້ ແມ່ນມີ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອໍານວຍການ ຝ່າຍວິຊາການ ເປັນປະທານ, ຫົວໜ້າຫ້ອງການທັງ 10 ຫ້ອງການ ແລະ ທ່ານ ສົມເຮື້ອງ ຕາວັນສີ ຮອງຜູ້ອຳນວຍການ ຝ່າຍກິດຈະການນັກສຶກສາ ຂອງ ວິທະຍາໄລຄູ ສາລະວັນ ພ້ອມທັງຄູ-ອາຈານ ແລະ ນັກກິລາ ຈາກ ວິທະຍາໄລຄູ ສາລະວັນ ລວມທັງໝົດ 50 ທ່ານ ນອກຈາກນັ້ນແລ້ວ ກໍ່ຍັງໄດ້ນໍາສະເໜີ ວຽກງານສົ່ງເສີມວິຊາການ ທີ່ທາງ ວິທະຍາໄລຄູ ສະຫວັນນະເຂດ ຂອງພວກເຮົາ ໄດ້ໃຫ້ຄວາມສໍາຄັນຫຼາຍ ເຊັ່ນວ່າ: ວຽກງານສິລະປະ, ວຽກຕັດຢິບ, ງານສີມື, ກິລາ, ຕັດຜົມ, ປູກຝັງ, ເສີມສວຍ ແລະ ສິ່ງແວດລ້ອມ ຂອງວິທະຍາໄລຄູ ສະຫວັນນະເຂດ. |