01/03/2011 12:00:00 am - ກອງປະຊຸມສຳມະນາ ວຽກງານຂໍ້ມູນ-ຂ່າວສານ, ຕິດຕາມ-ປະເມີນຜົນ ແລະ ກວດກາ-ຮັບປະກັນຄຸນນະພາບ ວິທະຍາໄລຄູປາກເຊ |
ວັດຜົນ-ປະເມີນຜົນ![]() ກອງປະຊຸມສຳມະນາ ວຽກງານຂໍ້ມູນ-ຂ່າວສານ, ຕິດຕາມ-ປະເມີນຜົນ ແລະ ກວດກາ-ຮັບປະກັນຄຸນນະພາບ ທີ່ ວິທະຍາໄລຄູປາກເຊ ໂດຍ ທ່ານ ບຸນເພັງ ສີນຸສິດ ຮອງຜູ້ອຳນວຍການຝ່າຍບໍລິຫານ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມໂດຍ ທ່ານ ສົມພາຍ ແສງວິໄລສັກ, ຮອງຫົວໜ້າພະແນກປະເມີນຜົນ ກົມສ້າງຄູ, ນັກວິຊາການຈາກກົມສ້າງຄູ ແລະ ຈາກຫ້ອງການວັດຜົນ-ປະເມີນຜົນ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະຫ້ອງການ ແລະ ນັກວິຊາການ ຫ້ອງການວັດຜົນ-ປະເມີນຜົນ ວິທະຍາໄລຄູປາກເຊ. ກອງປະຊຸມໄດ້ຈັດຂຶ້ນເປັນເວລາ 2 ວັນ ແຕ່ວັນທີ 28 ກຸມພາ - 1 ມີນາ 2011 ເຊິ່ງໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ 9 ໜ້າວຽກຫຼັກຂອງ ຫ້ອງການວັດຜົນ-ປະເມີນຜົນຄື: ວຽກງານສະຖິຕິ, ການຄຸ້ມຄອງ-ນຳໃຊ້ຖານຂໍ້ມູນແບບເປີດກ້ວາງຜ່ານເຄືອຂ່າຍ LAN/Internet, ການຄຸ້ມຄອງ-ພັດທະນາເວບໄຊ, ການຄຸ້ມຄອງ-ເກັບມ້ຽນເອກະສານ, ການພັດທະນາ 5 ທັກສະ-ການນຳໃຊ້, ການປະເມີນຜົນຫຼັກສູດການຮຽນ-ການສອນ, ການຄຸ້ມຄອງ-ນຳໃຊ້ເຄືອຂ່າຍ LAN/Internet, ວຽກງານ ICT ແລະ ການກວດກາ-ຮັບປະກັນຄຸນນະພາບພາຍໃນ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ. ຫຼັງຈາກກອງປະຊຸມປິດລົງ ທ່ານ ສົມພາຍ ແສງວິໄລສັກ, ຮອງຫົວໜ້າພະແນກປະເມີນຜົນ ກົມສ້າງຄູ, ນັກວິຊາການຈາກກົມສ້າງຄູ ຈະສືບຕໍ່ວຽກງານສຳມະນາດັ່ງກ່າວ ທີ່ ວິທະຍາໄລຄູ ສະຫວັນນະເຂດ ໃນວັນທີ 02 - 03 ເດືອນ ມີນາ 2011. |