ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



01/03/2011 12:00:00 am - ກອງປະຊຸມສໍາມະນາ ແລກປ່ຽນທາງວິຊາການ ໃນຫົວຂໍ້ການສອນແບບເອົານັກຮຽນເປັນໃຈກາງ (ວິທະຍາໄລ ວິທະຍາສາດສຸຂະພາບ)
ສົ່ງເສີມວິຊາການ


ໃນວັນທີ 24ເດືອນ ກຸມພາ ປີ 2011ເວລາ 10:30 ຂອງຕອນເຊົ້າວັນພະຫັດ ທີ່ຫ້ອງປະຊຸມຊັ້ນ ສອງ ໄດ້ມີການຈັດກອງປະຊຸມສຳມະນາແລກປ່ຽນ ທາງວຽກງານວິຊາການ ລະຫວ່າງ ວິທະຍາໄລຄູ ຫວັນນະເຂດ ແລະ ວິທະຍາໄລ ວິທະຍາສາດ ສຸຂະພາບ ເຊິ່ງເນື່ອໃນຂອງການສໍາມະນາ ແລກປ່ຽນໃນຄັ້ງນີ້ ແມ່ນ ໄດ້ແນໃສ່ ການພັດທະນາສະຖາບັນ ແລະ ຄຸນນະພາບຂອງການຮຽນ- ການສອນແບບ ເອົານັກຮຽນເປັນໃຈກາງ ແລະ ທັງເປັນການ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ສອງ ສະຖາບັນ ເຊິ່ງເປັນກ່ຽດເຂົ້າຮ່ວມ ໃນການສໍາມະນາໃນຄັ້ງນີ້ ມີ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອໍານວຍການ ຝ່າຍວິຊາການເປັນປະທານ, ຫົວໜ້າຫ້ອງການທັງ 10 ຫ້ອງການ ແລະ ທ່ານ ດ.ຣ ສູນທອນ ໂພທິສານ ຜູ້ອຳນວຍການ ວິທະຍາໄລວິທະຍາສາດ ສຸຂະພາບ ພ້ອມທັງຄູ - ອາຈານລວມທັງໝົດ 28 ທ່ານ

ນອກຈາກນັ້ນແລ້ວ ກໍ່ຍັງໄດ້ນໍາສະເໜີ ວຽກງານສົ່ງເສີມວິຊາການ ທີ່ທາງ ວິທະຍາໄລຄູ ສະຫວັນນະເຂດ ຂອງພວກເຮົາໄດ້ໃຫ້ຄວາມສໍາຄັນຫຼາຍ ເຊັ່ນວ່າ: ວຽກງານສິລະປະ, ວຽກຕັດຢິບ, ງານສີມື, ກິລາ,ຕັດຜົມ, ປູກຝັງ, ເສີມສວຍ ແລະ ສິ່ງແວດລ້ອມຂອງ ວິທະຍາໄລຄູ ສະຫວັນນະເຂດ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ