15/05/2013 12:00:00 am - ວິທະຍາໄລຄູສະຫວັນນະເຂດເປີດກອງປະຊຸມເຝິກອົບຮົມຄູໃໝ່ ປະຈໍາສົກຮຽນ 2012-2013 |
ພັດທະນາຄູ![]() ໃນຕອນບ່າຍຂອງວັນທີ 14 ພຶດສະພາ 2013 ຫ້ອງການພັດທະນາຄູ, ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມຄູໃໝ່ຂຶ້ນ ທີ່ຫ້ອງປະຊຸມວິທະຍາໄລຄູສະຫວັນນະເຂດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 39 ທ່ານ, ຍິງ 24 ທ່ານ ໃນນັ້ນມີພະນັກງານໃນບັນດາໂຮງຮຽນອ້ອມຂ້າງ 10 ທ່ານ, ຍິງ 4 ທ່ານ ມີຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ. ໂດຍການເປັນປະທານຂອງ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການ ຝ່າຍວັດ-ປະເມີນຜົນ ແລະ ພັດທະນາຄູ. ການເຝິກອົບຮົມໃນຄັ້ງນີ້ຈະດໍາເນີນ ແຕ່ວັນທີ 14-24/05/2013. ສໍາລັບງົບປະມານໃນການເຝິກອົບຮົມຄັ້ງນີ້ແມ່ນນໍາໃຊ້ ຮ່ວງລາຍຮັບວິຊາການຂອງວິທະຍາໄລຄູສະຫວັນນະເຂດ ປະຈຳສົກຮຽນ2012-2013. ຈຸດປະສົງຂອງການເຝິກອົບຮົມເພຶ່ອແນໃສ່ໃຫ້ຄູໃໝ່ສາມາດສ້າງແຜນການສອນ, ການຈັດການຮຽນ-ການສອນໄດ້ຢ່າງຖືກຕ້ອງ, ການວິເຄາະຂໍ້ສອບ, ເຂົ້າໃຈການຮຽນຮູ້ແບບໜ່ວຍກິດແລະການວັດຜົນ-ປະເມີນຜົນການຮຽນການສອນ ໃຫ້ມີຄວາມເປັນເອກະພາບກັນພາຍໃນສະຖາບັນ. |