22/02/2011 12:00:00 am - ທີມງານສິ່ງແວດລ້ອມ ລົງກວດກາສິ່ງແວດລ້ອມຂອງແຕ່ລະສາຍ |
ກິດຈະກຳນັກສຶກສາ![]() ໃນຕອນເຊົ້າຂອງວັນທີ 21 ກຸມພາ 2011 ເວລາ 8 ໂມງ 30 ນາທີ, ຄະນະທີມງານສິ່ງແວດລ້ອມວິທະຍາໄລຄູສະຫວັນນະເຂດ ໄດ້ລົງກວດກາສິ່ງແວດລ້ອມໃນ 6 ພາກສ່ວນຄື: ຫ້ອງການພາສາຕ່າງປະເທດ ຫ້ອງການວິທະຍາສາດສັງຄົມ ຫ້ອງການວິທະຍາສາດທຳມະຊາດ ຫ້ອງການປະຖົມ+ອະນຸບານ ໂຮງຮຽນອະນຸບານລ້ຽງເດັກ ໂຮງຮຽນປະຖົມສາທິດ ໃນນັ້ນ, ຄະນະກວດກາສິ່ງແວດລ້ອມຕົວຈິງນຳພາໂດຍ ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການປະທານທີມງານສິ່ງແວດລ້ອມພ້ອມກັບຄະນະກວດກາທັງໝົດ 10 ທ່ານ, ຍິງ 7 ທ່ານ ຜ່ານການກວດກາເຫັນວ່າແຕ່ລະພາກສ່ວນໄດ້ມີການປັບປຸງ ແລະ ປ່ຽນແປງເຂດຮັບຜິດຊອບສິ່ງແວດລ້ອມໃຫ້ສວຍງາມຕະຫຼອດປີ ສ່ວນວ່າຜົນການກວດກາຄັ້ງນີ້ ໃຫ້ຕິດຕາມພາຍຫຼັງ ທີ່ໝວດບົດສະຫຼຸບລາຍງານ |