17/02/2011 12:00:00 am - ຄະນະກຳມະການກວດກາຫໍຂ່າວດີເດັ່ນໄດ້ລົງກວດກາຫໍຂ່າວ ຄັ້ງທີ IX |
ກິດຈະກຳນັກສຶກສາ![]() ອີງຕາມໂຄງການພັດທະນາຄຸນນະພາບຫໍຂ່າວດີເດັ່ນ ສົກຮຽນ 2010 – 2011ຕອນເຊົ້າຂອງວັນທີ 17 / 2 / 2011 ເວລາ 8 ໂມງ 00 ນາທີ ທີ່ຫໍຂ່າວຂອງແຕ່ລະຫ້ອງການ ທີມງານ ຄະນະກຳມະການກວດກາຫໍຂ່າວດີເດັ່ນ ໄດ້ລົງກວດກາ ໃນນັ້ນລວມມີຫໍຂ່າວສານທັງ 4 ຫ້ອງການຄື : - ຫ້ອງການວິທະຍາສາດທຳມະຊາດ - ຫ້ອງການວິທະຍາສາດສັງຄົມ - ຫ້ອງການປະຖົມ-ອະນຸບານ - ຫ້ອງການພາສາຕ່າງປະເທດ ໃນການລົງກວດກາຄັ້ງນີ້ທາງຄະນະກຳມະການສັງເກດເຫັນວ່າແຕ່ລະຫໍຂ່າວໄດ້ເອົາໃຈໃສ່ໃນການຕິດຕາມປະດັບປະດາ,ຈັດສັນຂ່າວ, ແຈ້ງການ, ສາລະໜ້າຮູ້, ເລື່ອງສັ້ນ, ກາບກອນ ແລະ ເລື່ອງມ່ວນຊວນຫົວ ເປັນເລື່ອງໃໝ່ທີ່ໄດ້ຊອກຫາມາໃຫ້ທ່ານຜູ້ອ່ານທັງຫຼາຍໄດ້ຕິດຕາມ. ນັບຕັ້ງແຕ່ປະຕິບັດໂຄງການຫໍຂ່າວດີເດັ່ນ ຄະນະກຳການກວດກາໄດ້ກວດເປັນຄັ້ງທີ IX ທີ່ໄດ້ລິເລີ່ມກວດກາມາຕັ້ງແຕ່ ວັນທີ 21 / 10 / 2010 ເຫັນວ່າແຕ່ລະຫ້ອງການໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການປັບປຸງແກ້ໄຂອິງຕາມ ສະຫຼຸບລາຍງານຜົນກວດກາຫໍຂ່າວແຕ່ລະຄັ້ງ. ສ່ວນວ່າຜົນການກວດກາໃນຄັ້ງນີ້ ແລະ ທຸກຄັ້ງທີ່ກວດກາ ທ່ານສາມາດຕິດຕາມ ແລະ ເຂົ້າເບິ່ງໄດ້ທີ່ ຫ້ອງການກິດຈະການນນັກສຶກສາ ຢູ່ໃນໝວດ ບົດສະຫຼຸບ ແລະ ລາຍງານ ຂໍຂອບໃຈເປັນຢ່າງສູງທີ່ທ່ານຕິດຕາມຂ່າວຂອງພວກເຮົາ ໂດຍ : ອ.ຈ ໄລພອນ ພັນມະເຫສັກ |