14/02/2011 12:00:00 am - ກອງປະຊູມສໍາມະນາທາງວິຊາການໃຫ້ແກ່ຄູທີ່ເປີກສາ ແລະ ນັກສຶກສາທັງ 2 ສາຍ ໃນການຂຽນບົດ ຂອງສາຍເສົາ-ທິດ |
ສົ່ງເສີມວິຊາການ![]() ໃນວັນທີ 13/02/2011 ເວລາ 1:30 pm ທີ່ຫ້ອງປະຊູມຊັ້ນສອງ ທາງຫ້ອງການສົ່ງເສີມ ວິຊາການ ໄດ້ຈັດກອງປະຊູມສໍາມະນາທາງວິຊາການຂື້ນ ໃຫ້ແກ່ຄູທີ່ເປີກສາ ທີ່ສອນສາຍວິທະຍາສາດສັງຄົມ ແລະ ສາຍວິທະຍາສາດ ທໍາມະຊາດ ແລະ ນັກສຶກສາທີ່ຮຽນສາຍເສົາ-ທິດ, ເນື້ອໃນຂອງການສໍາມະນາໃນຄັ້ງນີ້ ແມ່ນ ເວົ້າກ່ຽວກັບ ການກວດແກ້ບົດຂອງຄູທີ່ເປິກສາ, ເນື້ອຫາຂອງບົດລາຍງານ ແລະ ຮູບແບບການ ໃຫ້ຄະແນນຂອງການຂຽນບົດລາຍງານຈົບຊັ້ນ. ເຊີ່ງເປັນກຽດເຂົ້າຮ່ວມ ໃນກອງປະຊູມສໍາມະນາໃນຄັ້ງນີ້ແມ່ນມີ ຄະນະອໍານວຍ ຝ່າຍ ກິດຈະກໍາ ນັກສຶກສາ ທ່ານ ອາຈານ ບຸນຊູ ສຸລິເດດ, ຄະນະອໍານວຍການຝ່າຍວິຊາການ ທ່ານ ອາຈານ ບຸນເຫຼືອມ ວໍລະສານ ແລະ ຄະນະອໍານວຍ ການຝ່າຍວັດ - ປະເມີນຜົນ ທ່ານ ອາຈານ ວິໄນ ສຸຂາລາດ, ເຊິ່ງເປັນປະທານ ໃນການເປີດ ພ້ອມບັນດາຫົວໜ້າຫ້ອງການທັງ 10 ຫ້ອງການກໍ່ໃຫ້ກຽດເຂົ້າຮ່ວມ ພ້ອມກັນນັ້ນ ເພີ່ນຍັງ ໄດ້ເໜັ້ນໃນຫຼາຍບັນຫາເຊັ່ນວ່າ: ການຂຽນບົດລາຍງານຈົບຊັ້ນ ຫຼື ສາລະນິພົນ, ການປະເມີນ ການຂຽນບົດ ຂອງນັກສຶກສາ ແລະ ການຮູບແບບ ການຂຽນບົດລາຍງານຈົບຊັ້ນແມ່ນ ຈະໄດ້ຂຽນໃນຮູບແບບ ວິຊາການຂອງ ວິຊາທີ່ຕົນສອນ. |