13/02/2011 12:00:00 am - ການເຂົ້າຮ່ວມງານບຸນນິທັດສະການປື້ມສໍາລັບເດັກ ຄັ້ງທີ7 ຂອງຄະນະອໍານວຍການຝ່າຍວິຊາການ ແລະ ພະນັກງານ ຄູ-ອາຈານ |
ສົ່ງເສີມວິຊາການ![]() ເນື່ອງໃນໂອກາດດີ ທີ່ທາງວິທະຍາໄລຄູ ສະຫວັນນະເຂດ ໄດ້ໄປເຂົ້າຮ່ວມງານບຸນນິທັດສະການ ປື້ມສໍາລັບເດັກ ຄັ້ງທີ 7 ໃນວັນທີ 11-12/02/2011 ເຊີ່ງໄດ້ມີການຈັດຫຼາຍກິດຈະກໍາ ອັນມ່ວນຊື່ນ ຂອງບັນດາ ຫຼານນ້ອຍ ແລະ ນັກສຶກສາຈາກ ຫຼາຍໆໂຮງຮຽນ ທີ່ມາສະແດງເຊັ່ນວ່າ:ການປະກວດ ການຟ້ອນ, ການເຕັ້ນ, ການສະແດງລະຄອນສັງສິນໄຊໃນແຕ່ລະບັ້ນ, ການວາງສະແດງປື້ມ, ບ່ອນອ່ານ ແລະ ການເດີນສະແດງປື້ມ ແຕ່ລະຊັ້ນຮຽນ ຂອງ ແຕ່ລະໂຮງຮຽນ ລວມທັງ ວິທະຍາໄລຄູ ສະຫວັນນະເຂດ ກໍ່ໄດ້ເຂົ້າຮ່ວມເຊັນດຽວກັນ ເຊິ່ງນໍາພາໂດຍ ຄະນະອໍານວຍການຝ່າຍວິຊາການ ທ່ານ ບຸນເຫຼືອມ ວໍລະສານ ພ້ອມທັງ ພະນັກງານຄູ-ອາຈານ ແລະ ນັກສຶກສາ ປະລີນຍາຕີຕໍ່ເນື່ອງ ສາຍວິທະຍາສາດສັງຄົມ, ຄູ-ອາຈານ ແລະ ນັກສຶກສາ ລວມທັງໝົດ 32 ຄົນ |