08/02/2011 12:00:00 am - ພິທີເປີດບັນສຳມະນາການຂຽນບົດຂອງນັກສຶກສາປີສຸດທ້າຍ ທີ່ແຂວງຄຳມ່ວນ |
ວັດຜົນ-ປະເມີນຜົນ![]() ຕອນເຊົ້າຂອງວັນອາທິດວັນທີ 06/02/2011 ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນ ທ່າແຂກ ໄດ້ຈັດໃຫ້ມີ ພິທີເປີດການສຳມະນາ ການຂຽນບົດ ຂອງນັກສຶກສາປີ ສຸດທ້າຍ ລະບົບພິເສດພາກ ເສົາ-ອາທິດ ຂອງວິທະຍາໄລຄູ ສະຫວັນນະເຂດ ສາຂາແຂວງ ຄຳມ່ວນ ຂື້ນຢ່າງເປັນທາງການ. ໂດຍໃນພິທີດັ່ງກ່າວ ມີຜູ້ເຂົ້າຮ່ວມໃຫ້ກ່ຽດເປັນປະທານ ຂອງທ່ານ ສີໄຮ ແກ້ວໄກຖີ່ນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາ ທິການແຂວງ ຄຳມ່ວນ, ທ່ານ ກື່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະ ພ້ອມດ້ວຍ ຫົວໜ້າຫ້ອງການ, ຄູ-ອາຈານຈາກວິທະຍາໄລຄູ ສະຫວັນນະເຂດ, ຄູ-ອາຈານ ປະຈຳຢູ່ແຂວງ ຄຳມ່ວນ ແລະ ນັກຮຽນນັກສຶກສາທີ່ ເປັນຄູສາມັນມາສຶກສາຕໍ່ເພື່ອຍົມລະດັບ ປີສຸດທ້າຍເຂົ້າຮ່ວມ. ສຳລັບນັກສຶກສາປີສຸດທ້າຍນີ້ປະກອບມີ 3 ສາຍຮຽນຫຼັກຄື: ສາຍວິທະຍາສາດ ສັງຄົມ, ສາຍວິທະຍາສາດ ທຳມະຊາດ ແລະ ສາຍພາສາຕ່າງປະເທດ. ໂດຍໃນພິທີດັ່ງກ່າວ ເລີ້ມຕົ້ນຈາກການກ່າວເປີດພິທີຂອງທ່ານ ກື່ງ ໄຊຍະສານ ຜູ້ອຳນວຍການ ວຄສ ຈາກນັ້ນກໍ່ແມ່ນ ການເຜີຍແພ່ໜ້າວຽກ ຂອງຄະນະຫ້ອງການວິຊາການ ກ່ຽວກັບການຂຽນບົດຈົບຊັ້ນ ແລະ ລົງທ້າຍດ້ວຍການປະກອບຄຳເຫັນຂອງທ່ານ ສີໄຮ ແກ້ວໄກຖີ່ນ ກຳມະການ ພັກແຂວງ ຫົວໜ້າພະແນກສຶກສາ ທິການແຂວງ ຄຳມ່ວນ ແລ້ວປິດພິທີໃນພາກເຊົ້າ. ສຳລັບພາກບ່າຍ ແມ່ນການແນະນຳ, ແບ່ງຫົວຂໍ້, ແລະ ແນະນຳວິທີລະອຽດໃນການຂຽນບົດຂອງນັກສຶກສາ ຂອງຄູທີ່ປຶກສາ ແຕ່ລະກຸ່ມພ້ອມດ້ວຍການນັດໝາຍໃນການກວດບົດ. |