01/02/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ສຳເລັດສົ່ງນັກສຶກສາຄູປີສຸດທ້າຍລົງເຝິກຫັດວິຊາຊີບ |
ກິດຈະກຳນັກສຶກສາ![]() ໃນຕອນເຊົ້າຂອງວັນ 31 ມັງກອນ 2011 ເວລາ 7 : 30 ນາທີ ທີ່ສະໂມສອນ 40 ປີ ຂອງວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດສົ່ງ ນັກສຶກສາປີສຸດທ້າຍ ລົງເຝິກຫັດ ໂດຍພາຍໃຕ້ ການຊີ້ນຳໆພາ ແລະ ເຂົ້າຮ່ວມຂອງ ຄະນະພັກ, ຄະນະອຳນວຍການ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ຄູ-ອາຈານ ຕະຫຼອດຮອດ ນັກສຶກສາແຕ່ປີ 1 ຮອດປີສຸດທ້າຍ ເຂົ້າຮ່ວມຢ່າງພ້ອມພຽງ ໃນການຈັດສົ່ງ ນັກສຶກສາລົງເຝິກຫັດ ຄັ້ງນີ້ ແມ່ນລະບົບ 11+3 ແລະ 11+2 ລວມທັງໝົດມີ 43 ສູນ ທີ່ລົງພາຍໃນ 2 ແຂວງຄື : ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໃນການຈັດສົ່ງຄັ້ງນີ້ ແມ່ນເຕັມໄປດ້ວມ ຄວາມຮັກແພງ ແລະ ຄວາມອົບອຸ່ນ ຂອງບັນດາຄູ-ອາຈານ ແລະ ນັກສຶກສາ ຮຸ່ນນ້ອງ ມາຄອຍໃຫ້ກຳລັງໃຈ ໃນການລົງເຝິກຫັດຢ່າງຫຼວງຫຼາຍ |