07/06/2013 12:00:00 am - ການລາຍງານຜົນການກວດກາພາຍໃນ ວຄສ |
ວັດຜົນ-ປະເມີນຜົນ![]() ເວລາ 8 ໂມງ 00 ນາທີ ທີ່ຫ້ອງປະຊຸມຊັ້ນ 2 ວິທະຍາໄລຄູສະຫວັນນະເຂດ, ພາຍໃຕ້ການເປັນປະທານຂອງທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການ ຝ່າຍວັດຜົນ-ປະເມີນຜົນແລະພັດທະນາຄູ, ຫ້ອງການວັດປະເມີນຜົນ ໄດ້ຈັດການລາຍງານຜົນການກວດກາພາຍໃນຂອງແຕ່ລະຫ້ອງການຂຶ້ນ. ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນ ເປັນການຕິດຕາມກວດກາຄຸນະພາບພາຍໃນ ວິທະຍາໄລຄູສະຫວັນນະເຂດໃນສົກຮຽນ 2012-2013 ແລະ ທັງເປັນການກຽມພ້ອມ ຕໍ່ການມາກວດກາພາຍນອກຂອງຄະນະສູນກາງ ທີ່ຈະຈັດໄດ້ຂຶ້ນໃນກາງເດືອນ ມີຖຸນາ 2013 ນີ້. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ປະກອບມີທັງໝົດ 50 ທ່ານ, ຍິງ 8 ທ່ານ ດັ່ງນີ້: 1. ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍການ ວິທຍະຍາໄລຄູສະຫວັນນະເຂດ ຝ່າຍວັດຜົນ-ປະເມີນຜົນແລະພັດທະນາຄູ ເປັນປະທານ ພິທີ ແລະ ທັງເປັນປະທານຄະນະປະເມີນການກວດກາພາຍໃນ ວຄສ. 2. ຄະນະປະເມີນພາຍໃນ 5 ທ່ານ. 3. ຄະນະຮັບຜິດຊອບ 18 ທ່ານ ຍິງ 1 ທ່ານ. 4. ສຳມະນາກອນ 22 ທ່ານ ຍິງ 6 ທ່ານ. 5. ພະນັກງານຊ່ວຍວຽກ 5 ທ່ານ ຍິງ 1 ທ່ານ. ໃນລຳດັບຂັ້ນຕອນທຳອິດແມ່ນມອບໃຫ້ຫ້ອງການວິທະຍາສາດສັງຄົມ, ຫ້ອງການວິທະຍາສາດທຳມະຊາດ, ຫ້ອງການພາສາຕ່າງປະເທດ ແລະ ຫ້ອງການອະນຸບານ-ປະຖົມ ຂຶ້ນລາຍງານຜົນການກວດກາຂອງຫ້ອງການຕົນເອງ. ຕໍ່ຈາກນັ້ນ, ຄະນະຮັບຜິດຊອບປະກອບຄຳຄິດຄຳເຫັນໃນການລາຍງານ ຂອງແຕ່ລະຫ້ອງການ. ຮອດເວລາ 9 ໂມງ 45 ນາທີ ແມ່ນ ຫ້ອງການສົ່ງເສີມວິຊາການ ແລະ ຫ້ອງການ ບໍລິຫານ ຂຶ້ນລາຍງານຜົນການກວດກາຄຸນພາບພາຍໃນ ຕໍ່ຈາກຄະນະຮັບຜດຊອບປະກອບຄຳຄິດຄຳເຫັນ. ຮອດເວລາ 10 ໂມງ 15 ນາທີ ຄະນະຫ້ອງການວັດປະເມີນຜົນຂຶ້ນສະຫຼຸບ ຜົນການປະເມີນ ຈົນມາຮອດ ເວລາ 10ໂມງ 30 ນາທີ ທ່ານປະທານພິທີກໍ່ໄດ້ຂຶ້ນກ່າວ ຄຳຄິດເຫັນ ຕໍ່ກອງປະຊຸມ ດັ່ງນີ້: - ຄວນຈະຕ້ອງຮຽບຮຽງຮ່າງໃນການປະເມີນໃນພາກສ່ວນທີ່ມັນຍັງບໍ່ສອດຄ່ອງ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໃຫ້ລະອຽດ ຢ່າງຊັດເຈນ. - ທຸກໆການລາຍງານຕ້ອງເປັນຈິງ ແລະ ມີຫຼັກຖານທີ່ຊັດເຈນ ເປັນໄລຍະທີ່ແນ່ນອນ. - ການປັບປຸງຄຸນະພາບທັງໝົດແມ່ນຫັນໃສ່ການຫັນເປັນປະຊາຄົມອາຊຽນ. ສະນັ້ນ, ທຸກພາກສ່ວນຄວນຄິດ ແລະ ຊ່ວຍຮັກຕັ້ງໜ້າປະຕິບັດໜ້າວຽກຂອງຕົນ ໃຫ້ດີຂຶ້ນກ່າວເກົ່າ ເພື່ອເສີມຂະຫຍາຍ ວິທະຍາໄລຄູສະຫວັນນະເຂດ ໃຫ້ກ້າວໜ້າຕໍໄປ. ຮອດເວລາ 10 ໂມງ 40 ນາທີ ພິທີດັ່ງກ່າວກໍ່ປິດລົງຢ່າງເປັນທາງການ. |