30/12/2010 12:00:00 am - ການເຝິກອົບຮົມວຽກງານເຍົາວະຊົນ ແລະ ຊາວໝຸ່ມ |
ກິດຈະກຳນັກສຶກສາ![]() ໃນລະຫາງວັນທີ 27-30/12/2010 ຜ່ານມານີ້ ທີ່ສະໂມສອນ ວິທະຍາໄລຄູສະຫວັນນະເຂດ ໄດ້ມີພິທີເປີດການເຝິກອົບຮົມ ວຽກງານເຍົາວະຊົນ ແລະ ຊາວໝຸ່ມ ໃຫ້ແກ່ນັກສຶກສາ ສາຍອະນຸບານ-ປະຖົມ, ສາຍວິທະຍາສາດສັງຄົມ, ສາຍວິທະຍາສາດທໍາມະຊາດ ແລະ ສາຍພາສາຕ່າງປະເທດ ເຊິ່ງມີຈໍານວນເຂົ້າຮ່ວມທັງໝົດ 300 ສະຫາຍ, ຍິງ 185 ສະຫາຍ ໂດຍການເປັນປະທານ ຂອງສະຫາຍ ແສງພອນໄຊ ສີວິໄຊ ຮອງເລຂາບໍລິຫານງານຊາວໝຸ່ມ ແຂວງສະຫວັນນະເຂດ. ນອກນັ້ນ ຍັງມີສະຫາຍ ຈັນສຸດາ ຈັນທິວົງ ຄະນະກໍາມະການ ຊາວໝຸ່ມແຂວງ, ເລຂາຊາວໝຸ່ມ ວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະເຂົ້າຮ່ວມ. ໃນການເຝິກອົບຮົມຄັ້ງນີ້ ນັກສຶກສາໄດ້ຮຽນຮູ້ບົດບາດ ການນໍາພາຂອງພັກ-ລັດ, ບົດບາດການນໍາພາຂອງອົງການຈັດຕັ້ງ ຊາວໝຸ່ມຕໍ່ເຍົາວະຊົນ ແລະ ພິທີຮັບມະຫາຊົນ ເຂົ້າມາເຄື່ອນໄຫວໃນອົງການຈັດຕັ້ງ. |