12/01/2011 12:00:00 am - ການປະຕິບັດແຜນງານ ແລະ ວຽກງານຫໍສະໝຸດ ຄັ້ງວັນທີ 10-14/01/2011 |
ສົ່ງເສີມວິຊາການ![]() ເລີ່ມແຕ່ວັນທີ 27 ເດືອນ ກັນຍາ ປີ 2010, ສົກຮຽນ 2010-2011 ທີ່ຜ່ານມາ ຈົນເຖິງ ປະຈຸບັນ ຫໍສະໝຸດ ວິທະຍາໄລຄູສະຫວັນນະເຂດ ແມ່ນ ໄດ້ຮັບການປັບປຸງ ແລະ ພັດທະນາຈາກການຊວ່ຍເຫຼືອຂອງຄະນະພັກ ຄະນະອໍານວຍການວິທະຍາໄລຄູສະຫວັນນະເຂດ ຮ່ວມມືກັບ ຫ້ອງການສົ່ງເສີມວິຊາການ ແລະ ຫໍສະໝຸດ ວິທະຍາໄລຄູສະຫວັນນະເຂດ ເປັນຜູ້ຈັດຕັ້ງປະຕິບັດວຽກງານ ພ້ອມທັງເປັນການສົ່ງເສີມວຽກງານຫໍສະໝຸດ ໃຫ້ກ້າວໜ້າໄປໃນອະນາຄົດ ເຊິ່ງໃນການຊ່ວຍເຫຼືອນັ້ນ ມີຫຼາຍຢ່າງເປັນຕົ້ນ ແມ່ນ ອຸປະກອນຮັບໃຊ້ຕ່າງໆ ແລະ ຕູ້ມ່ຽນປື້ມ ຈໍານວນ 10 ລວມມູນຄ່າການລົງຖືນ , ຄອມພິວເຕີ ( Computer ) ຈໍານວນ 3 ເຄື່ອງ , ອິນເຕີເນັດ ( Internet ) ແລະ ເຄື່ອງ ພີມເອກະສານ ( printer ) ຈໍານວນ 1 ໜ່ວຍ. |