12/01/2011 12:00:00 am - ແຈ້ງການ ກ່ຽວກັບການສົ່ງປື້ມທີ່ບັນດາພະນັກງານຄູ-ອາຈານ ແລະ ນັກສຶກສາແຕ່ລະຊັ້ນຮຽນທີ່ຢືມປື້ມ |
ສົ່ງເສີມວິຊາການ![]() ແຈ້ງການ ເລື່ອງ : ການສົ່ງປື້ມແບບຮຽນ ແລະ ປື້ມທຸກຊະນິດ ທີ່ທາງພະນັກງານ ຄູ-ອາຈານ ແລະ ນັກສຶກສາແຕ່ລະຊັ້ນຮຽນໄດ້ຢືມໄປ ໃຫ້ນໍາປື້ມມາສົ່ງດ່ວນ - ສໍາລັບພະນັກງານຄູ-ອາຈານ ປື້ມບັນດາທ່ານທີ່ຢືມໄປນໍາໃຊ້ໃນການສອນໃນພາກຮຽນທີ່ 1 ແມ່ນໃຫ້ນໍາປື້ມ ມາສົ່ງຄືນເພາະວ່າ ທາງພະນັກງານຫໍສະໝຸດຈະໄດ້ສະຫຼູບັນຊີ - ສໍາລັບນັກສຶກສາແຕ່ລະຊັ້ນຮຽນ ແມ່ນ ໃຫ້ນໍາປື້ມມາສົ່ງຄືນ ເພາະວ່າທາງພະນັກງານຫໍສະໝຸດຈະໄດ້ສະຫຼູບ ຈໍານວນປື້ມ ແລະ ແປ່ງປື້ມໃຫ້ ໃນພາກຮຽນທີ່ 2 ໝາຍເຫດ: - ຖ້າກາຍກໍານົດທີ່ທາງພະນັກງານຫໍສະໝຸດກໍານົດໃຫ້ ແມ່ນ ຈະໄດ້ຖືກປັບໃໝ ແລະ ຈະບໍ່ໃຫ້ຢືມປື້ມ ໃນພາກຮຽນທີ່ 2 - ໝົດກໍານົດ ແມ່ນ ວັນທີ 14 ເດືອນ ມັງກອນ ປີ 2011 ຂໍຂອບໃຈ ໂດຍ : ຫໍສະໝຸດ ວິທະຍາໄລຄູສະຫວັນນະເຂດ |