12/01/2011 12:00:00 am - ກອງປະຊຸມແມ່ຍິງໜ່ວຍຫ້ອງການຂອງວິທະຍາໄລຄູສະຫວັນນະເຂດ |
ບໍລິຫານ![]() ກອງປະຊຸມແມ່ຍິງໜ່ວຍຫ້ອງການວິທະຍາໄລຄູສະຫວັນນະເຂດໄດ້ ໄຂຂຶ້ນຢ່າງເປັນທາງການໃນເວລາ 14:00 ຂອງວັນທີ 12/01/2011 ທີ່ຫ້ອງປະຊຸມຊັ້ນ II ຂອງວິທະຍາໄລຄູສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານວິທະຍາໄລຄູສະຫວັນນະເຂດ ແລະ ເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ສະຫຼຸບວຽກງານແມ່ຍິງໜ່ວຍຫ້ອງການທີ່ປະຕິບັດໄດ້ໃນໜຶ່ງປີທີ່ຜ່ານມາ ( ປີ 2010 ) ແລະ ວາງທິດທາງແຜນການໃນປີຕໍ່ໄປ ( ປີ 2011 ) ນອກຈາກນັ້ນກອງປະຊຸມຍັງໄດ້ມີການມອບຂອງຂວັນລາງວັນແກ່ຕົວເດັ່ນ ທີ່ສາມາດປະຕິບັດວຽກງານ 3 ດີ ເຊິ່ງປະກອບມີເດັ່ນປະເພດທີ I ຈຳນວນ 6 ທ່ານ ແລະ ເດັ່ນປະເພດທີ II ຈຳນວນ 5 ທ່ານ |