31/12/2010 12:00:00 am - ຄະນະຫ້ອງການກິດຈະກຳ ເຂົ້າອວຍພອນປີໃໜ່ໃຫ້ການນຳ ວິທະຍາໄລຄູສະຫວັນນະເຂດ |
ກິດຈະກຳນັກສຶກສາ![]() ໃນໂອກາດສົ່ງທ້າຍປີເກົ່າຕອ້ນຮັບປີໃໜ່ 2011 , ມາໃນວັນທີ 30-31 / 12 /2010 ທາງຄະນະຫ້ອງການກິດຈະການນັກສຶກສາພ້ອມດ້ວຍສະມາຊິກ ໄດ້ເຂົ້າອວຍພອນໃຫ້ແກ່ ຄະນະພັກຄະນະອຳນວຍການວິທະຍາໄລຄູສະຫວັນນະເຂດ ເຊິ່ງນຳໜ້າພາທາງໂດຍ ທ່ານ ທອງເຄນ ຄຳສຸກຖາວົງ ຫົວໜ້າຫ້ອງການ, ທ່ານ ນາງ ຈັນສຸດາ ຈັນທິວົງ ຮອງຫົວໜ້າຫ້ອງການ , ແລະ ທ່ານ ນາງ ສິມມະລີ ນະລົງສັກ ຄູອາວຸໂສ ປະຈຳຫ້ອງການ ຕະຫຼອດຮອດ ຫົວໜ້າໜ່ວຍງານ ແລະສາມາຊິກພາຍໃນຫ້ອງການຢ່າງພ້ອມພຽງຮຽງໜ້າ ໃນນີ້ກໍ່ເພື່ອ ສະແດງຄວາມຮູ້ບຸນຄຸນ ແລະອວຍພອນໄຊອັນປະເສີດມາຍັງບັນດາທ່ານ ຕະຫຼອດຮອດ ຄອບຄົວ ຂອງທ່ານຈົ່ງປະ ສົບຜົນສຳເລັດ ໃນໜ້າທີ່ການງານ ເຊິ່ງວ່າ ທ່ານທຸ້ມເທເຮື່ອແຮງແລະຈິດໃຈເພື່ອພັດທະນາສະຖາບັນຂອງພວກເຮົາ ໃຫ້ກ້າວໄປສູ່ມະຫາວິທະຍາໄລຢ່າງບໍ່ຢຸດຢັ້ງ. |