05/01/2011 12:00:00 am - ກອງປະຊຸມສະຫລຸບການຈັດງານສະເຫລີມສະຫລອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ |
ພາສາຕ່າງປະເທດ![]() ຄະນະກຳມະການຮັບຜິດຊອບງານໄດ້ເຕົ້າໂຮມບັນດາຄະນະໜ່ວຍງານຈຳນວນໜຶ່ງ ເພື່ອລາຍງານການ ຈັດຕັ້ງປະຕິບັດວຽກຕົວຈິງ ເພື່ອຊອກຮູ້ຈຸດດີ ແລະ ຈຸດອ່ອນໃນງານເທື່ອນີ້, ເຊິ່ງພວກເຮົາພໍສະຫຼຸບສັງລວມ ໄດ້ດັ່ງນີ້: 1. ຈຸດດີ: - ການຈັດງານຄັ້ງນີ້ພວກເຮົາໄດ້ປຶກສາຫາລືນຳຄະນະພັກຮາກຖານ, ຄະນະອຳນວຍການ ວຄສ ກ່ຽວກັບເປົ້າ ໝາຍຈຸດປະສົງການຈັດງານ. - ພວກເຮົາໄດ້ເຕົ້າໂຮມບັນດາພະນັກງານຄູອາຈານເພື່ອແຈ້ງຈຸດປະສົງຂອງງານ ແລະ ປຶກສາຫາລືວິທີຈັດຕັ້ງ ປະຕິບັດງານເພື່ອໃຫ້ໄດ້ຮັບໝາກຜົນ. - ໄດ້ແບ່ງງານໃຫ້ກຸ່ມຄົນ ແລະ ບຸກຄົນຢ່າງລະອຽດເຂົ້າໃສ່ໃນແຕ່ລະໜ້າວຽກ ເຊັນ: ຄະນະຮັບຜິດຊອບງານ, ອະນຸກຳມະການແຕ່ລະໜ້າວຽກເປັນຕົ້ນ ວຽກຮັບແຂກ, ວຽກຈັດສະຖານທີ່, ວຽກປຸກລະດົມທຶນກໍ່ສ້າງ ແລະ ແຈກຢາຍບັດ... ຕາມເປົ້າໝາຍທທີ່ກຳນົດໄວ້ ພ້ອມທັງງກຳນົດເວລາທີ່ຈະເລີ່ມງານ. ຜ່ານການຈັດຕັ້ງປະຕິບັດແຕ່ລະໄລຍະ ພວກເຮົາເຫັນໄດ້ວ່າ ບັນດາກົມກອງ, ສຳນັກງານອົງການ, ຫ່າງຮ້ານ, ບໍລິສັດ, ໂຮງຈັກໂຮງງານ, ຄອບຄົວປຸກຄົນ ໄດ້ໃຫ້ຄວາມຮ່ວມໄມ້ ຮ່ວມມືເປັນຢ່າງດີ ເຊິ່ງມັນສະແດງອອກໃນການປະກອບສ່ວນເປັນວັດຖຸຈຳນວນໜຶ່ງ ແລະ ປັດໃຈເປັນເງິນກີບ, ເງິນບາດ ຈຳນວນສ່ວນຫຼວງຫຼາຍ ລວມຈຳນວນເງິນທີ່ໄດ້ທັງໝົດ: 36 ລ້ານປາຍ (ຕາມການກວດຄັ້ງວັນທີ1ເດືອນ1 ແລະ ວັນທີ 4 ເດືອນ1). ໃນນັ້ນ ຈຳນວນຊອງທີ່ຍັງບໍ່ທັນໄດ້ສົ່ງມາຮອດປະຈຸບັນ ຄິດວ່າຍັງມີຈຳນວນຫຼວງຫຼາຍເຊັນວ່າ ນັກສຶກສາພາກເສົາ-ທິດ ໃນສະຖບັນເຮົາມີຈຳນວນທັງໝົດ 447 ຄົນ ເຫັນບັດທີ່ສົ່ງມາພຽງແຕ່ 65 ຊອງ ດັ່ງນີ້ເປັນຕົ້ນ. ພວກເຮົາຄະນະຮັບຜິດຊອບງານຫວັງວ່າບັນດາບັດທີ່ຖືກແຈກຢາຍໄປນັ້ນຄົງຈະໄດ້ສົ່ງກັບມາຢ່າງຕໍ່ເນື່ອງ ເຊິ່ງພວກເຮົາກໍ່ຈະລາຍງານໃຫ້ບັນດາທ່ານເພື່ອຮັລຊາບເປັນໄລຍະ. ໃນຈຳນວນວັດຖຸເປັນຊີມັງ 1 ໂຕນ, ເປັນຫີນ-ແຮ່ ຊາຍ ໃນວົງເງິນ 1 ລ້ານກີບ ຈະຖືກສົ່ງມາໃນມື້ລົງມືກໍ່ສ້າງໃນໄວໆນີ້, ປັດໃຈທີ່ເປັນເງິນກີບ ແລະ ເງິນບາດ ທາງຄະນະກຳມະການໄດ້ຮັບເປັນທີ່ຮຽບຮ້ອຍແລ້ວ ດັ່ງນັ້ນ ອີກເທື່ອໜຶ່ງ ພວກຂ້າພະເຈົ້າ ຂໍຂອບອົກຂອບໃຈມາຍັງບັນດາທ່ານທຸກພາກສ່ວນທີ່ໄດ້ສະຫຼະສັບສົມບັດເປັນສ່ວນບຸກຄົນ ແລະ ເປັນສ່ວນລວມເຂົ້າໃສ່ວຽກງານການພັດທະນາສະຖາບັນໃນຄັ້ງນີ້ ຈົ່ງປະສົບແຕ່ໂຊກໃຊ ມີຍົດຖາບັນດາສັກ ເປັນເສດຖີກະດູມພີ ຮັ່ງມີ ລ້ຳລວຍ ຕະຫຼອດກາລະນານປະກອບຈາກຕຸພອນທັງສີ່ປະການຄື: ອາຍຸ ວັນນະ ສຸຂະ ພະລະ. 2. ຈາກຈຸດດີທີ່ກ່າວມາຂ້າງເທິງນັ້ນ ພວກເຮົາກໍ່ບໍປະສະຈາກຈຸດອ່ອນ ແລະ ຂໍ້ຄົງຄ້າງບາງອັນ ເຊັນວ່າ: - ການຈັດວາງບຸກຄົນເຂົ້າໃສ່ໜ້າວຽກຍັງບໍ່ຄົບຖ້ວນ. - ການກຳນົດເປົ້າໝາຍທີ່ຈະແຈກຢາຍຊອງຍັງບໍ່ທັນທົ່ວເຖິງ. - ການປຸກລະດົມໃຫ້ມວນຊົນເຂົ້າໃຈຈຸດປະສົງການຈັດງານກໍ່ຍັງຢູ່ໃນວົງແຄບ. - ບັດທີ່ຖືກແຈກຢາຍອາດຈະບໍ່ສົ່ງກັບໄດ້ໝົດ ຍ້ອນສາເຫດບາງບ່ອນຫ່າງໄກ. ເຖິງຢ່າງໃດກໍ່ຕາມຜ່ານການຈັດຕັ້ງປະຕິບັດງານໃນເທື່ອນີ້ ສາມາດຖອດຖອນບົດຮຽນໄດ້ດັ່ງນີ້: 1. ຕ້ອງວາງແຜນເປັນໄລຍະຍາວ ແລະ ປຶກສາຫາລືເປັນໝູ່ຄະນະໃຫ້ລະອຽດໃນການກຳນົດຈຸດປະສົງເປົ້າໝາຍ. 2. ທຸກພາກສ່ວນໃນສະຖາບັນຕ້ອງມີສ່ວນຮ່ວມນຳກັນ. 3. ຖ້າພົບວຽກໃດຫາກຫຍຸ້ງຍາກຕ້ອງເຂົ້າປຶກສາຫາລືນຳຂັ້ນເທິງຖັດຂອງຕົນ. 4. ທຸກຄົນຕ້ອງຈັດຕັ້ງປະຕິບັດຢ່າງຈິງໃຈ. |