13/12/2010 12:00:00 am - ກິດຈະກຳຕ້ານເອດສ໌ໃນວິທະຍາໄລຄູສະຫວັນນະເຂດ |
ຄູອະນຸບານ-ປະຖົມ![]() ໃນຕອນເຊົ້າວັນທີ 13 ເດືອນ 12 ປີ 2010 ທີ່ສະໂມສອນວິທະຍາໄລຄູສະຫວັນນະເຂດໄດ້ມີການຈັດກິດ ຈະກຳເນື່ອງໃນວັນສາກົນຕ້ານເອດສ໌ຂອງ ວັນທີ 1 ເດືອນ ທັນວາ ໂດຍ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍ ການວິທະຍາໄລຄູສະຫວັນນະເຂດເປັນປະທານ ແລະ ກ່າວເປີດພິທີ ເຊິ່ງມີຄະນະຫ້ອງ ການ, ຄູ - ອາຈານ ແລະ ນັກສຶກສາ 4 ສາຍຮຽນ ປະມານ 400 ກວ່າຄົນ. ທາງກຸ່ມອາສາສະໝັກເພື່ອນຊ່ວຍເພື່ອນພ້ອມດ້ວຍ ຄູສອນວິຊາປະຊາກອນສຶກສາ ໄດ້ຈັດກິດຈະກຳຖາມ - ຕອບ, ຫຼິ້ນເກມ ແລະ ສະແດງລະຄອນ ເພື່ອໃຫ້ເຫັນ ຜົນຮ້າຍຂອງໂລກເອດສ໌ ເຫັນວ່ານັກສຶກສາໄດ້ມີສ່ວນຮ່ວມຢ່າງເປັນ ຂະບວນການຟົດຟື້ນ. |