10/07/2013 12:00:00 am - ການສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2013-2014 |
ວັດຜົນ-ປະເມີນຜົນ![]() ການສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2013-2014 ມີ 3 ລະບົບໃຫ້ເລືອກສອບເສັງຄື ລະບົບ 9+3 ຊັ້ນກາງ, ລະບົບ 12+2 ຊັ້ນສູງ ແລະ ລະບົບ 12+4 ປະລິນຍາຕີ. ສຳລັບສາຍຄູ: - ຜູ້ທີ່ຈົບມັດທະຍົມສຶກສາຕອນຕົ້ນມີສິດເລືອກສອບເສັງເຂົ້າຮຽນ ລະບົບ 9+3 ເທົ່ານັ້ນ ແລະ ສາມາດເລືອກພຽງແຕ່ 1 ສາຍຮຽນ. - ຜູ້ທີ່ຈົບມັດທະຍົມສຶກສາຕອນປາຍມີສິດເລືອກສອບເສັງເຂົ້າຮຽນ ລະບົບ 12+2 ສະເພາະສາຍຄູອະນຸບານ ແລະ ສາຍຄູປະຖົມ, ສາມາດເລືອກໄດ້ພຽງ 1 ສາຍຮຽນ. - ຜູ້ທີ່ຈົບມັດທະຍົມສຶກສາຕອນປາຍມີສິດເລືອກສອບເສັງເຂົ້າຮຽນ ພາສາອັງກິດພາກຄ່ຳ ຫຼື ພາກເສົາ-ອາທິດ (ລະດັບຊັ້ນສູງ ຫຼັກສູດ 3 ປີ) ສາຍຮຽນ: - ສາຍຄູອະນຸບານ ລະບົບ 9+3 ຊັ້ນກາງ - ສາຍຄູປະຖົມ ລະບົບ 9+3 ຊັ້ນກາງ - ສາຍຄູອະນຸບານ ລະບົບ 12+2 ຊັ້ນສູງ - ສາຍຄູປະຖົມ ລະບົບ 12+2 ຊັ້ນສູງ - ສາຍຄູຄະນິດສາດ ລະບົບ 12+4 ປະລິນຍາຕີ - ສາຍຄູວິທະຍາສາດທຳມະຊາດ ລະບົບ 12+4 ປະລິນຍາຕີ - ສາຍຄູພາສາລາວ-ວັນນະຄະດີ ລະບົບ 12+4 ປະລິນຍາຕີ - ສາຍຄູພູມສາດ-ປະຫວັດສາດ ລະບົບ 12+4 ປະລິນຍາຕີ - ສາຍຄູພາສາອັງກິດ ລະບົບ 12+4 ປະລິນຍາຕີ - ພາສາອັງກິດທົ່ວໄປພາກຄ່ຳ ຫຼັກສູດ 3 ປີ ຊັ້ນສູງ - ສາສາອັງກິດພາກເສົາ-ອາທິດ ຫຼັກສູດ 3 ປີ ຊັ້ນສູງ ເອກະສານປະກອບ: 1. ສຳເນົາປະກາສະນີຍະບັດ ຫຼື ໃບຢັ້ງຢືນຊົ່ວຄາວ ຈົບມັດທະຍົມສຶກສາຕອນຕົ້ນ ສຳລັບຜູ້ທີ່ສອບລະບົບ 9+3 2. ສຳເນົາປະກາສະນີຍະບັດ ຫຼື ໃບຢັ້ງຢືນຊົ່ວຄາວ ຈົບມັດທະຍົມສຶກສາຕອນປາຍ 3. ປະກາສະນີຍະບັດ ຈົບຊັ້ນກາງ ຫຼື ທຽບເທົ່າ ສຳລັບພະນັກງານ 4. ຮູບ 3x4 ບໍ່ເກີນສາມເດືອນ ຈຳນວນ 3 ໃບ ສຳລັບລາຍລະອຽດເພີ່ມຕື່ມກ່ຽວກັບການຂາຍໃບຄຳຮ້ອງ ແລະ ການສອບເສັງ ແມ່ນຈະແຈ້ງໃຫ້ຊາບອີກຄັ້ງ. |