25/12/2010 12:00:00 am - ນັກສຶກສາສາຍສັງຄົມໄປທັດສະນະສຶກສານອກສະຖານທີ່ |
ວິທະຍາສາດສັງຄົມ![]() ໃນຕອນເຊົ້າຂອງວັນທີ 24 - 25 / 12 / 2010 ຜ່ານມານີ້ ນັກສຶກສາ ສາຍວິທະຍາສາດສັງຄົມ (ພາກເສົາ - ອາທິດ) ໄດ້ໄປທັດສະນະສຶກສາທີ່ແຂວງ ສາລະວັນ ແລະ ແຂວງຈໍາປາສັກ ເຊິ່ງນໍາພາໂດຍ ອາຈານ ເຫວດ ມົນທາທິລາດ, ອາຈານ ພອນສະຫວັນ ແກ້ວພົມມະຈັກ, ອາຈານແກ້ວສະໜິດ ໄຊຍະວົງ, ອາຈານ ມະນີວັນ ສິງຫາລາດ,ວິໄລວັນປຸ໋ຍນາດີ ແລະ ນັກສຶກສາຊັ້ນປີທີ 2 ເສົາ - ອາທິດ ສາຍພູມສາດ - ປະຫວັດສາດຈໍານວນ 50 ຄົນ ສະຖານທີ່ໄປທັດ ສະນນະສຶກສາແມ່ນ ໂຮງຮຽນປະຖົມຄຸນະພາບເມືອງວາປີ, ຕາດເຍືອງ, ຕາດອີ່ຕູ້, ຜາສ້ວມ, ຄອນພະເພັງ, ວັດພູຈໍາປາສັກ. ຜົນທີ່ໄດ້ຮັບແມ່ນນັກສຶກສາໄດ້ສໍຜັດກັບຕົວຈິງຫຼາຍຂຶ້ນ ແລະໄດ້ບົດຮຽນອັນມະຫາສານ ຂຽນໂດຍ: ດອກຫວາຍ ສາຍເມືອງວັງ ( ພອນສະຫວັນ ແກ້ວພົມມະຈັກ ) |