05/01/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມການນຳໃຊ້ເວັບໄຊຂອງສະຖາບັນ |
ພັດທະນາຄູ![]() ໃນວັນທີ 4-5 ມັງກອນ 2011 ວິທະຍາໄລຄູສະຫວັນນະເຂດໄດ້ເປີດກອງປະຊຸມເຝິກອົບຮົມການນຳໃຊ້ ເວັບໄຊຂອງສະຖາບັນຂຶ້ນທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດ, ເຂົ້າຮ່ວມໃນຄັ້ງນີ້ມີ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ເປັນປະທານ ແລະ ບັນດາທ່ານຄະນະອຳນວຍການ, ຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນຈຳນວນ 39 ທ່ານ, ຍິງ 11 ທ່ານ. ການເຝິກອົບຮົມໃນຄັ້ງນີ້ໄດ້ນຳໃຊ້ງົບປະມານປະຈຳສົກຮຽນ 2010-2011 ຂອງຫ້ອງການພັດທະນາຄູ. ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ເພຶ່ອແນະນຳກ່ຽວກັບການນຳ ໃຊ້ເວັບໄຊວິທະຍາໄລຄູສະຫວັນນະເຂດດ້ວຍລະບົບ Content Management System (CMS). ໃນການເຝິກອົບຮົມຄັ້ງນີ້ສຳມະນາກອນແຕ່ລະທ່ານໄດ້ພ້ອມກັນປະຕິບັດຕົວ ຈິງໂດຍການທົດລອງຂຽນຂ່າວ ແລະ ປ້ອນຂໍ້ມູນຕ່າງໆເຂົ້າໃນເວັບໄຊ. |