10/12/2010 12:00:00 am - 5 ໜ່ວຍພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ ປະກາດຮັບຮອງເປັນໝ່ວຍພັກແຂວງ ຮູ້ນຳພາຮອບດ້ານ ສະໄໝທີ III |
ກິດຈະກຳນັກສຶກສາ![]() ເພື່ອເປັນການສ້າງຂະບວນການຂຳນັບຮັບຕ້ອນວັນສຳຄັນຂອງຊາດກໍຄື: ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 90 ປີ, ວັນຊາດທີ 2 ທັນວາ ຄົບຮອບ 35 ປີ ໃຫ້ເປັນຂະບວນການຟົດຟື້ນ ເພື່ອປະຕິບັດຕາມມະຕິກອງປະຊຸມຂອງອົງຄະນະພັກແຂວງສະຫວັນນະເຂດຄັ້ງທີVIIໃຫ້ໄດ້ຮັບຜົນດີ ມາຮອດວັນທີ 10 / 12 / 2010 ເວລາ 14 ໂມງ 00 ນາທີ ທີ່ສະໂມສອນໃຫຍ່ຂອງວິທະຍາໄລຄູສະຫວັນນະເຂດ . 5 ໜ່ວຍພັກຮາກຖານວິທະຍາໄລຄູສະຫວັນນະເຂດ ໄດ້ຈັດຕັ້ງພິທີປະກາດຮັບຮອງເປັນໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານສະໄໝທີ III ຕິດຕໍ່ກັນ ເປັນເຂົ້າຮ່ວມໃນພິທີດັ່ງກ່າວມີ ສະຫາຍ ລາຫຸນ ມາຜາງວົງ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ, ສະຫາຍ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ, ສະຫາຍ ສົມຈິດ ສີນຸວົງ ຫົວໜ້າຂະແໜງກໍ່ສ້າງພັກ, ສະຫາຍ ທອງຄຳ ບົວສະຫວັນ ຄະນະກວດກາພັກ-ລັດແຂວງ, ຄະນະພັກພະແນກສຶກສາປະຈຳແຂວງ, ຄະນະພັກຮາກຖານມະຫາວິທະຍາໄລສະຫວັນນະເຂດ, ວິທະຍາໄລກົດໝາຍ, ຄະນະໜ່ວຍພັກກຸ່ມບ້ານອຸດົມວິໄລ, ບັນດາສະ ຫາຍໃນຄະນະຮາກຖານພັກ, ຄະນະໜ່ວຍພັກ, ຄະນະນຳຂອງ 3 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ ແມ່ຍິງ ກຳມະບານ ພ້ອມດ້ວຍສະມາຊິກພັກ, ຄູ-ອາຈານ,ພະນັກງານ ແລະ ຕົວແທນສະມາຊິກຊາວໜຸ່ມ, ແມ່ຍິງ, ກຳມະບານ ພາຍໃນວິທະຍາໄລຄູສະຫວັນນະເຂດຈຳນວນ 300 ສະຫາຍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ ໃນພິທີດັ່ງກ່າວໄດ້ຮັບຟັງສະຫາຍເລຂາໜ່ວຍພັກແຕ່ລະໜ່ວຍພັກຂຶ້ນຜ່ານບົດສະຫຼຸບ ແລະ ທິດທາງແຜນການໂດຍເລີ່ມຈາກ ສະຫາຍ ສັງທອງ ລັດຖະສິງ ເລຂາໜ່ວຍພັກຫ້ອງການ, ສະຫາຍ ບົວແກ້ວ ຊຸມພົນພັກດີ ເລຂາໜ່ວຍພັກຫ້ອງການວິທະຍາສາດທຳມະຊາດ, ສະຫາຍ ສອນແກ້ວ ອຸ່ນປະເສີດ ເລຂາໜ່ວຍພັກ ຫ້ອງການວິທະຍາສາດສັງຄົມ, ສະຫາຍ ອຳພອນ ຂາວເພຍສຸພົນ ຮອງເລຂາໜ່ວຍພັກຫ້ອງການພາສາຕ່າງປະເທດ,ສະຫາຍ ທອງເຄນ ຄຳສຸກຖາວົງ ວ່າການແທນເລຂາໜ່ວຍພັກຫ້ອງການປະຖົມ-ອະນຸບານ ແລະ ກິດຈະການ ນັກສຶກສາ.ໃນນັ້ນເລຂາໜ່ວຍພັກແຕ່ລະ ສະຫາຍ ໄດ້ຜ່ານບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານອັນຫຼາຍຫຼາຍທີ່ໂດດ ເດັ່ນທີ່ບັນດາສະຫາຍເລຂາໜ່ວຍພັກ ແລະ ສະມາຊິກພັກໄດ້ເປັນເຈົ້າການໃນການຊີ້ນໍາທຸກການເຄື່ອນໄຫວວຽກ ງານຢ່າງມີປະສິດຕິຜົນ ເຊິ່ງອັນພົ້ນເດັ່ນສະແດງອອກຫຼາຍໆດ້ານທີ່ຢັ້ງຢືນເຖິງການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກ. ນອກນີ້ໄປຄຽງຄູ່ກັບຈຸດດີກໍຍັງປາສະຈາກຂໍ້ຄົງຄ້າງທີ່ບັນດາສະຫາຍແຕ່ລະໜ່ວຍພັກ, ສະມາຊິກພັກຕ້ອງ ໄດ້ພ້ອມກັນຈັດຕັ້ງປະຕິບັດຄຽງຄູ່ກັບບົດສະຫຼຸບ ແຕ່ລະໜ່ວຍພັກຍັງໄດ້ຜ່ານກ່ຽວກັບທິດທາງແຜນການໃນການ ຈັດຕັ້ງປະຕິບັດວຽກງານຢ່າງມີລະບຽບແບບແຜນ.ເພື່ອຢັ້ງຢືນເຖິງບັນດາຜົນງານທີ່ແຕ່ລະໜ່ວຍພັກຍາດມາໄດ້ນັ້ນ ສະຫາຍ ສົມຈິດ ສີນຸວົງ ຫົວໜ້າຂະແໜງກໍ່ສ້າງພັກ ໄດ້ຂຶ້ນຜ່ານມະຕິຕົກລົງອະນຸມັດນາມມະຍົດໜ່ວຍພັກ ເຂັ້ມແຂງຮູ້ນຳພາຮອບດ້ານໃຫ້ 5 ໜ່ວຍພັກຂອງຮາກຖານພັກວິທະຍາໄລຄູສະຫວັນນເຂດ ແລະ ເປັນກຽດ ມອບນາມມະຍົດໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານໂດຍ ສະຫາຍ ລາຫຸນ ມາຜາງວົງ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງເປັນກຽດມອບ ໃຫ້ບັນດາສະຫາຍເລຂາໜ່ວຍພັກ ທ່າມກາງບັນຍາກາດສຽງຕົບມືອັນປິຕິຊົມຊື່ນຂອງບັນດາສະຫາຍສະມາຊິກພັກ ແລະຕາງໜ້າແຕ່ລະພາກສ່ວນທີ່ ເຂົ້າຮ່ວມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້. ເພື່ອເປັນທິດທາງໃນການຈັດຕັ້ງແຜນການ ແລະເຮັດໃຫ້ແຕ່ລະໜ່ວຍພັກສາມາດຍາດມາໄດ້ຜົນ ງານອັນດີເດັ່ນໄດ້ໃນຕໍ່ໜ້າ ສະຫາຍ ລາຫຸນ ມາຜາງວົງ ຄະນະປະຈຳພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດຂຶ້ນກ່າວມີຄຳເຫັນຕໍ່ທີ່ປະຊຸມໃນນັ້ນສະຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຢ່າງສຸດໃຈຕໍ່ກັບຜົນງານທີ່ແຕ່ລະໜ່ວຍພັກຍາດມາໄດ້ຈົນໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງຮູ້ນຳພາ ຮອບດ້ານສະໄໝທີ III ຕິດຕໍ່ກັນ ນອກນີ້ທ່ານຍັງຮຽກຮ້ອງມາຍັງ ເລຂາພັກຮາກຖານ, ເລຂາໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ຈຶ່ງສືບຕໍ່ບຸກບືນສ້າງຜົນງານເພື່ອຮັກສາມູນເຊື້ອອັນດີນີ້ໄວ້, ເປັນເຈົ້າການໃນການຊີ້ນຳໆພາທຸກວຽກງານໂຍສະເພາະວຽກງານກໍ່ສ້າງພັກໃຫ້ເຂັ້ມແຂງສະຫາຍຍັງສະແດງ ຄວາມເປັນຫ່ວງເປັນໃຍມາຍັງສະມາຊິກພັກທຸກທົ່ວໜ້າໃຫ້ພ້ອມສາມັກຄີກັນຕ້ານທານກັບທຸກເລ່ຫຼ່ຽມ ແລະ ທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ໃຫ້ມີສະຕິຈຳແນກມິດ-ສັດຕູຢ່າງຈະແຈ້ງ ພ້ອມນັ້ນບັນດາສະຫາຍສະມາຊິກພັກທຸກສະຫາຍຕ້ອງຈິງໃຈກ້າຕຳນິຕິຕຽນ,ກ້າສົ່ງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ,ກ້າຍອມຮັບ, ກ້າທີ່ຈະປ່ຽນແປງຕົນເອງເຊິ່ງມັນຈະນຳໄປສູ່ຂະບວນການສ້າງພະນັກງານສຶບທອດໄດ້ຮັບຜົນດີ ແລະ ມີປະສິດຕິຜົນ ພ້ອມນັ້ນສະຫາຍຍັງໃຫ້ສຶບຕໍ່ເສີມຂະຫຍາຍສະມາຊິກໃຫ້ກວ້າງຂວາງບົນພຶ້ນຖານຫຼັກການຄວາມສະ ເໝີພາບແລະເອກະພາບຂອງສະມາຊິກພັກທຸກທົ່ວໜ້າ ຕໍ່ກັບຄຳເວົ້າອັນສຸດທີ່ມີຄວາມໝາຍຂອງສະຫາຍນັ້ນໄດ້ປຽບເໝືອນແສງສະຫວ່າງເຍື່ອງທາງອັນໃສແຈ້ງ ສະຫຼາດສ່ອງໃສທີ່ເປັນທິດທາງໃນການປະຕິບັດວຽກງານຕາມທິດທາງແຜນການທີ່ວາງໄວ້ໄດ້ເປັນຢ່າງດີເພື່ອຢັ້ງຢືນ ເຖິງຜົນສັກສິດຂອງການປະຕິບັດທິດຊີ້ນຳຂອງຂັ້ນເທິງໄປຜັນຂະຫຍາຍໃຫ້ເກີດຜົນສຳເລັດ ສະຫາຍ ສອນແກ້ວ ອຸ່ນປະເສີດ ເລຂາໜ່ວຍພັກຫ້ອງການວິທະຍາສາດສັງຄົມ ເປັນຜູ້ຕາງໜ້າໃຫ້ສະມາຊິກພັກທັງໝົດຂຶ້ນກ່າວຮັບ ຄຳໂອວາດພ້ອມດ້ວຍສຽງຕົບມືອັນເປັນປະຊາມະຕິອັນຍິ່ງໃຫຍ່ ໃນການໃຫ້ຄຳໝັ້ນສັນຍາຕໍ່ຂັ້ນເທິງວ່າຈະສຶບຕໍ່ປະ ຕິບັດຕາມທິດຊີ້ນຳຢ່າງເຂັ້ມງວດ. ໃນໂອກາດຕໍ່ມາ ສະຫາຍກຶ່ງ ໄຊຍະສານ ເລຂາຮາກຖານພັກ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ໄດ້ຂຶ້ນກ່າວສະແດງຄວາມຂອບໃຈ,ສະແດງຄວາມຮູ້ສຶກຕໍ່ບຸນ ຄຸນຂອງຄະນະພັກຂັ້ນເທິງຍາມໃດກໍ່ໄດ້ມີຄວາມເປັນຫ່ວງເປັນໃຍຕະຫຼອດມາພ້ອມທັງໄດ້ມອບຂອງຂວັນທີ່ລະລຶກໃຫ້ຄະນະພັກ ຂັ້ນເທິງ. ມາຮອດ ເວລາ 17 ໂມງ 32 ນາທີ ພິທີປະກາດນາມມະຍົດໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ 5 ໜ່ວຍພັກທີ່ຂຶ້ນກັບຄະນະຮາກຖານພັກວິທະຍາໄລຄູສະຫວັນນະເຂດກໍໄດ້ສິ້ນສຸດລົງຢ່າງສະຫງ່າງາມທ່າມກາງໃບ ໜ້າອັນຍິ້ມແຍ້ມແຈ່ມໃສຂອງບັນດາສະຫາຍສະມາຊິກພັກແລະບັນດາແຂກທີ່ເຂົ້າຮ່ວມ. ເກັບກຳ ແລະ ຂຽນໂດຍ : ອ.ຈ ໄລພອນ ພັນມະເຫສັກ |