29/12/2010 12:00:00 am - ຂ່າວກອງປະຊຸມສະພາຄູປະຈຳພາກຮຽນທີ1 ສົກ 2010-2011 |
ສົ່ງເສີມວິຊາການ![]() ໃນວັນທີ 29/12/2010 ທີ່ຫ້ອງປະຊຸມຊັ້ນ2 ຂອງ ວ ຄ ສ ໄດ້ເປີດກອງປະຊຸມສະພາຄູວິທະຍາໄລຄູສະຫວັນນະເຂດ ³ ຜູ້ເຂົ້າຮ່ວມ ທ່ານ ບຸນຊູ ສຸລິເດດ( ວ່າການແທນຜູ້ອຳນວຍການທັງເປັນປະທານ ) ທ່ານ ບຸນເຫຼື່ອມ ວໍລະສານຄະນະອຳນວຍການຝ່າຍວິຊາການ ທ່ານ ວິໄນ ສຸຂະຣາດຄະນະອຳນວຍການ ທ່ານ ນາງ ແກ້ວລຳຂວັນພັກດີວິຈິດຄະນະຫ້ອງການສົ່ງເສີມວິຊາການ ທ່ານ ຈະເລີນ ນີລະບຸດຄະນະຫ້ອງການສົ່ງເສີມວິຊາການ ພ້ອມດ້ວຍຄະນະຫ້ອງການ,ຫົວໜ້າໜ່ວຍງານພ້ອມຄູອານພາຍໃນວິທະຍາໄລຄູເຂົ້າຮ່ວມຈຳນວນ 102 ຄົນ, ຍິງ 48 ຄົນ. ³ ກອງປະຊຸມໄດ້ດຳເນີນດັ່ງນີ້: ທ່ານນາງແກ້ວລຳຂວັນພັກດີວິຈິດຂຶ້ນຜ່ານບົດສະຫຼຸບວຽກວິຊາການປະຈຳພາກຮຽນທີI ສົກຮຽນ 2010 – 2011 ທ່ານສຸກສັນນວນທະວົງຫົວໜ້າວັດຜົນ - ປະເມີນການແລະອອກປະກາສະນີຍະບັດຂຶ້ນມາຜ່ານລາຍຊື່ນັກສຶກສາທີ່ບໍ່ມີເງື່ອນໄຂສອບເສັງໃນລາຍວິຊາແລະບໍ່ລົງທະບຽນເປັນນັກສຶກສາ ທ່ານຈະເລີນນີລະບຸດຂຶ້ນຜ່ານແຜນທ້າຍພາກຮຽນທີI ແລະແຜນຕົ້ນພາກຮຽນທີII ພ້ອມດ້ວຍລາຍຊື່ອາຈານສອນແຕ່ລະວິຊາໃນແຕ່ລະສາຍປະຈຳພາກຮຽນທີII. ³ ບັນຫາທີ່ນຳມາຄົ້ນຄວ້າຢູ່ໃນກອງປະຊຸມດຳເນີນການຈັດຕັ້ງສອບເສັງຫຼັງຈາກຮຽນຈົບລາຍວິຊາພາກ ຮຽນທີ 1 ດັ່ງນີ້: ປີທີ 2,3 ທຸກລະບົບ, ທຸກສາຍຈັດຕັ້ງການສອບເສັງພາຍໃນວັນທີ 3-14/1/2011 ປີທີ 1 ທຸກສາຍ, ທຸກລະບົບແລະປີກຽມຈັດຕັ້ງການສອບເສັງພາຍໃນວັນທີ 24/1/-4/2/2011 ເຂົ້າມາພາກຮຽນII ມອບໃຫ້ຄູປະຈຳວິຊາຈັດຕັ້ງການສອບເສັງຕາມຊົວໂມງສອນຂອງໃຜລາວ ພ້ອມບັນດາທ່ານຄູອາຈານຫຼາຍທ່ານກໍ່ໄດ້ຍົກບັນຫາກ່ຽວກັບນັກສຶກສາທີ່ບໍ່ມີເງື່ອນໄຂສອບເສັງໃນລາຍວິຊາແລະບໍ່ລົງທະບຽນເປັນນັກສຶກສາ ³ກອງປະຊຸມໄດ້ຕົກລົງເຫັນດ້ວຍການປະຊາມະຕິເຫັນດີເອກະພາບກັນໃນບັນຫາທີ່ຍົກມາສົນທະນາດັ່ງນີ້: ປະທານນຳສະເໜີໃຫ້ແຕ່ລະຫ້ອງການຮັບປະກັນໃນບັນຫາທີ່ຍົກຂຶ້ນມາສົນທະນາພາຍຫຼັງທີ່ມີປະຊາມັດຕິ, ຖ້ານຳສະເໜີພາຍຫຼັງຄະນະປະທານຈະບໍ່ພິຈາລະນາ. ສະພາໄດ້ຕັດສິນກ່ຽວກັບນັກສຶກສາປີສຸດທ້າຍທີ່ບໍ່ມີເງື່ອນໄຂສອບເສັງ ຕາມລະບຽບວິຊາການໃນ ລາຍວິຊາ, ແມ່ນໃຫ້ໄດ້ລົງເຝິກຫັດວິຊາຊີບ ແລະ ມີສິດຮ່ວມພິທີມອບຮັບໃບປະກາສະນີຍະບັດ (ຮັບພຽງກາບໃບປະກາດ)ແລ້ວລົງທະບຽນຮຽນຄືນພ້ອມທັງມອບໃຫ້ຄູປະຈຳ ວິຊາຈັດຕັ້ງການສອບເສັງໃນເດືອນກໍລະກົດ (ສຳລັບວິຊາທີ່ຕົກຄ້າງ). ນັກສຶກສາປີທີ1 - 2 ທີ່ຄ້າງລາຍວິຊາແມ່ນໃຫ້ລົງທະບຽນຮຽນຄືນ ແລະ ສອບເສັງໃນພາກຮຽນ ທີII ໃຫ້ສຳເລັດ. ສະພາໄດ້ຕົກລົງເຫັນດີກ່ຽວກັບນັກສຶກສາທີ່ບໍ່ລົງທະບຽນເປັນນັກ ສຶກສາ ເຊິ່ງມີຈຳນວນນັກສຶກສາຄູ 20 ຄົນ, ພາກຄໍ່າ ແລະ ພາກເສົາ - ທິດ ມີຈໍ່ານວນ 23 ຄົນ ສະພາໄດ້ເຫັນດີໃຫ້ນັກສຶກສາທີ່ບໍ່ໄດ້ລົງທະບຽນໃຫ້ລົງທະບຽນກ່ອນ ການສອບເສັງພາກຮຽນທີ່I ກ່ອນວັນທີ່ 13/01/2011 ຖ້າກາຍກຳນົດດັ່ງກ່າວແມ່ນໝົດສິດເປັນນັກສຶກສາຂອງວິທະຍາໄລຄູ ສະຫວັນນະເຂດ. ³ປະທານໄດ້ມີຄຳເຫັນໃນກອງປະຊຸມດັ່ງລຸ່ມນີ້: ທ່ານໄດ້ເວົ້າເຖິງຄຳວ່າສະພາຄູແມ່ນການສັງເກດຄືນ, ການຕິດຕາມຄືນກ່ຽວກັບການຮຽນ - ການສອນ, ເວົ້າເຖິງ 5 ໜ່ວຍງານວິຊາການເຊິ່ງມີ 14 ວຽກເຊິ່ງປະກອບມີໜ່ວຍງານສົ່ງເສີມວິຊາການ, ໜ່ວຍງານວິຊາປະສົບການ ແລະ ເຝິກຫັດວິຊາຊີບ, ໜ່ວຍງານວິຊາລວມ, ໜ່ວຍງານຫໍສະໝຸດ. ພ້ອມກັນນີ້ກອງປະຊຸມສະພາປີໜຶ່ງມີ 3 ຄັ້ງ, ສຳລັບວິສາມັນມີຫຼາຍຄັ້ງໂດຍໄຂຂຶ້ນໃນຫຼາຍຮູບແບບ ແລະ ໄດ້ເວົ້າເຖິງເລື່ອງການຮຽນການສອນໃນພາກຮຽນທີII ພ້ອມທັງໄດ້ເນັ້ນໜັກການອ່ວຍພອນປີໃໝ່ສາກົນ. ກອງປະຊຸມໄດ້ປິດລົງເວລາ 16 ໂມງ 30 ນາທີ, ຂອງວັນທີ 29/12/2010 ປະທານກອງປະຊຸມ |