05/01/2011 12:00:00 am - ການປັບປຸງ ແລະ ພັດທະນາລະບົບຫໍສະໝຸດ ຂອງວິທະຍາໄລຄູສະຫວັນນະເຂດ |
ສົ່ງເສີມວິຊາການ![]() ໃນ 1 ພາກຮຽນ ທີ່ຜ່ານມາ ຫໍສະໝຸດວິທະຍາໄລຄູສະຫວັນນະເຂດ ແມ່ນ ໄດ້ມີການປັບປຸງ ແລະ ພັດທະນາລະບົບການຢືມປື້ມ ແລະ ສົ່ງປື້ມ ພ້ອມທັງຈັດສັນຫໍສະໝຸດຄືນໃໝ່ ປະຈໍາສົກຮຽນ 2010 - 2011 ການເປີດໃຫ້ເຂົ້າຊົມໃຊ້ຫໍສະໝຸດ - ຕ້ອນເຊົ້າ ເວລາ 7:30- 11 : 30 ໄດ້ເປິດໃຫ້ບໍລິການ ການຢືມປື້ມ - ການສົ່ງປື້ມໃຫ້ແກ່ນັກສຶກສາທຸກລະບົບ ແລະ ພະນັກງານ ຄູ - ອາຈານ. - ຕ້ອນແລ້ງ ເວລາ 1:30– 4:30 ໄດ້ເປິດຫໃຫ້ບໍລິການ ການຢືມປື້ມ - ການສົ່ງປື້ມໃຫ້ແກ່ນັກສຶກສາທຸກລະບົບ ແລະ ພະນັກງານ ຄູ - ອາຈານ ເປັນປົກກະຕິ. ລະບຽບການຢືມ- ສົ່ງປື້ມແລະເອກກະສານຕ່າງໆ 1.ສຳລັບນັກສືກສາທີເປັນສາມາຊິກ(ບຸກຄົນທົ່ວໄປນັກສືກສາພິເສດ) - ຫໍສະໝຸດອະນຸຍາດໃຫ້ຢືມປື້ມອອກໄດ້ 4 ຫົວຕໍ່ອາທິດ (ໂດຍບໍ່ເສຍຄ່າທຳນຽມ)ຖ້າວ່າອ່ານປື້ມບໍ່ທັນແລ້ວຜູ້ຢືມມີສິດຂໍ ຕໍ່ເວລາໄດ້ອີກ1 ຄັ້ງພາຍໃນເວລາກໍານົດ 4 ວັນ 2. ສໍາລັບຄູ-ອາຈານພະນັກງານທົ່ວໄປພາຍໃນວິທະຍາໄລຄູສະຫວັນນະເຂດອະນຸຍາດໃຫ້ຢືມໄດ້ 5 ຫົວຕໍ່1 ເດືອນ 3 ກ່ອນຈະຢືມຕ້ອງສະແດງບັດສະມາຊິກຕໍ່ພະນັກງານຮັບຜິດຊອບການຢືມ 4 ຫ້າມພາກບັດໃຫ້ຄົນອື່ນມາຢືມປື້ມແທນຕົນເອງແຕ່ພາກປື້ມມາສົ່ງຄືນໃດ້ 5 ຖ້າຜູ້ຢືມປື້ມອອກໄປບໍ່ສົ່ງປື້ມຕາມກໍານົດເວລາທີ່ທາງຫໍສະໝຸດກໍານົດໃຫ້ຈະຖຶກປັບໃໝ 2000 ກີບຕໍ່1 ຫົວຕໍ່/ມື້ ມາລະຍາດໃນການໃຊ້ຫອ້ງສະໝຸດ 1. ຜູ້ເຂົ້າມາຊົມໃຊ້ຫໍສະໝຸດທຸກຄັ້ງຕ້ອງຈັບເອົາເລກລະດັບ ທີ່ທາງພະນັກງານຫໍສະໝຸດໄດ້ກະກຽມໄວ້ໃຫ້ແລ້ວມາມັດ ຫຼືຫ້ອຍໃສກັບກະເປົາ 2. ຕ້ອງຝາກກະເປົາຖົງຝາຍແລະ ແຝ້ມເອກະສານໄວ້ບອ່ນຕູ້ຝາກຖົງທີ່ຈັດໃຫ້ 3. ສວນວັດຖຸມີຄ່າ(ເງິນ,ຄຳ ແລະ ໂທລະສັບ) ໃຫ້ເອົາໄວ້ນຳຕົນເອງ 4.ຕ້ອງແຕ່ງກາຍສຸພາບ - ຜູ້ຍິງຫ້າມໃຫ້ນຸ້ງສົ້ງ ແລະ ຊຸດກິລາເຂົ້າຫໍສະໝຸດ - ຜູ້ຊາຍຫ້າມນຸ້ງສົ້ງຂາສັ້ນ ແລະຊຸດກິລາເຂົ້າຫໍສະໝຸດ 5. ຫ້າມສູບຢາຫ້າມນຳອາຫານເຂົ້າມາຮັບປະທານໃນຫໍສະໝຸດ 6. ເວລາຄົ້ນຫາປື້ມໃນຕູ້ປື້ມໃຫ້ຄົ້ນດ້ວຍຄວາມລະມັດລະວັງ ແລະ ຈັດປື້ມໃຫ້ເປັນລະບົບລະບຽບ (ບໍ່ໃຫ້ປື້ມລົ້ມ) 7. ຫ້າມເອົາບິກ ຫຼື ສໍດຳຂີດຂຽນໃສ່ໃນປື້ມຂອງຫໍສະໝຸດ 8. ຫ້າມໃຊ້ສຽງດັງລົບກວນຄົນອື່ນ 9. ເມື່ອອ່ານປື້ມແລ້ວໃຫ້ມຽນປື້ມຄືນບ່ອນເກົ່າຢ່າງຖືກຕ້ອງ ແລະ ໃຫ້ເປັນລະບຽບຈົບງາມ 10. ເວລາອອກຈາກຫໍສະໝຸດທຸກຄັ້ງບໍ່ໃຫ້ນຳປື້ມ ແລະ ສິ່ງຂອງອື່ນໆຂອງຫໍສະໝຸດອອກຢ່າງເດັດຂາດ(ຖ້າບໍ່ໄດ້ຮັບອະນຸຍາດຈາກພະນັກງານຫໍສະໝຸດ) |