05/01/2011 12:00:00 am - ລາຍງານໂຄສະນາອົບຮົມ ກະກຽມເປີດວາງສະແດງຜົນງານສິລະປະກຳ ຂອງນັກສຶກສາ ພາຍໃນ ວຄສ |
ຈັດຕັ້ງ-ພະນັກງານ![]() ສິລະປະບອກຊາດ ມາລະຍາດບອກຕະກຸນ ທຳມະຊາດທີ່ສວຍສົດງົດງາມນັ້ນບໍ່ແມ່ນສິລະປະ. ຖ້າຫາກມະນຸດພວກເຮົາບໍ່ທັນໄດ້ໄປດັດສ້າງ ຊື່ວ່າ: “ ສິລະປະຊັ້ນ ອັນດຽວ ຫຼື ເລັກໜ້ອຍ ລ້ວນແຕ່ມີຄ່າລ້ຳ ຖ້າເຮົາຮູ້ຮ່ອນກະທຳ “ ເພື່ອປະຕິບັດຕາມແຜນພັດທະນາຂອງກະຊວງສຶກສາທິການກໍ່ຄືແຜນຂອງ ວິທະຍາໄລຄູສະຫວັນນະເຂດ ເພື່ອໃຫ້ໄປຕາມຈຸດປະສົງ ຕາມ 5 ຫຼັກມູນການສຶກສາ ດັ່ງນັ້ນ, ອີງໃສ່ທິດນຳຄະນະພັກ ຄະນະອຳນວຍການ ວິທະຍາໄລຄູສະຫວັນນະເຂດ ຈຶ່ງໄດ້ມອບໝາຍໃຫ້ໜ່ວຍ ງານໂຄສະນາອົບຮົມ ຈັດໃຫ້ມີການເຝິກອົບຮົມທາງດ້ານສິລະປະກຳໃຫ້ແກ່ນັກສຶກສາຄູເພື່ອ ກາຍເປັນອາຊີບເສີມໃຫ້ເຂົາເຈົ້າເຊັ່ນ: ສຳລັບເຕັກ ນິກການຮຽນ-ການສອນມີ ການແກະສະຫຼັກ, ຈາກເສດວັດສະດຸຕ່າງໆ, ການແຕ້ມຮູບລະບາຍສີ, ການປັ້ນຫຼໍ່, ການຖັກແສ່ວ ສຳລັບການເຝິກ ອົບຮົມຄັ້ງນີ້ ມີນັກສຶກສາທັງໝົດ 65 ຄົນ ຍິງ 25 ຄົນ. ໃຊ້ເວລາເຝິກອົບຮົມທັງໝົດ 228 ຊົ່ວໂມງ. ເຊິ່ງດຳເນີນມາເປັນເວລາ 2 ເດືອນ. ມາໃນຕົ້ນເດືອນມັງກອນນີ້ເຫັນວ່າການເຝິກອົບຮົມສຳເລັດຕາມ ຄາດໝາຍສາມາດມີຜົນງານດັ່ງນີ້: - ແກະສະຫຼັກໄມ້ໄດ້ 19 ຜົນງານ - ຮູບແຕ້ມໄດ້ 30 ຜົນງານ - ຮູບຖັກແສ່ວໄດ້ 20 ຜົນງານ - ຮູບປັ້ນຫຼໍ່ໄດ້ 9 ຜົນງານ ດັ່ງນັ້ນ, ຄະນະຮັບຜິດຊອບຈຶ່ງຂໍຮຽນເຊີນບັນດາທ່ານຜູ້ທີ່ສົນໃຈເລືອກຊົມ ເລືອກຊື້ໄດ້ທີ່ຫ້ອງມູນເຊື້ອຂອງ ວຄສ ໃນໂມງລັດຖະການ ເພື່ອຊື້ເປັນຂອງຂວັນເມືອປະດັບເອ້ ແລະ ເປັນຂອງຂວັນພິເສດສຳລັບຄົນທີ່ທ່ານຮັກ ເຊິ່ງເລີ່ມແຕ່ວັນທີ 01 ເດືອນມັງກອນ ປີ2011 ເຖິງ ວັນທີ 01 ເດືອນ ກຸມພາ ປີ 2011. |