ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



24/07/2017 3:48:07 pm - ພິທີມອບໃບຢັ້ງຢືນແກ່ບັນດາຄູໃໝ່ ທີ່ວິທະຍາໄລຄູສະຫວັນນະເຂດ
ວັດຜົນ-ປະເມີນຜົນ


ການເຝິກອົບຮົມຄູໃໝ່ (ຄູທີ່ຍັງບໍ່ທັນຜ່ານຫຼັກວິຊາຄູ) ໄດ້ດໍາເນີນມາເປັນໄລຍະເວລາ 15 ວັນເຕັມນັບແຕ່ວັນທີ 10-24/7/2017. ເຊິ່ງຜູ້ເຂົ້າຮ່ວມເຝິກອົບຮົມດັ່ງກ່າວນັ້ນກໍມາຈາກຫຼາຍພາກສ່ວນເຊັ່ນ: ຄູອາຈານຈາກວິທະຍາໄລຄູສະຫວັນນະເຂດ, ພະແນກສຶກສາເມືອງ - ແຂວງ, ໂຮງຮຽນປະຖົມ ແລະ ອະນຸບານຕ່າງໆພາຍໃນເທດສະບານເມືອງໄກສອນພົມວິຫານ, ເນື້ອໃນທີ່ໃຊ້ຝຶກອົບຮົມດັ່ງກ່າວປະກອບດ້ວຍ 10 ຫົວຂໍ້ຄື:
1. ການສ້າງແຜນການສອນ ITSME
2. ການພັດທະນາວິຊາຄູ່ມືອາຊີບ
3. ທິດສະດີການຮຽນຮູ້ ແລະ ແຮງຈູງໃຈ
4. ຫຼັກສູດ ແລະ ການວາງແຜນການສອນ
5. ການຈັດການຮຽນ - ການສອນ
6. ການປະເມີນການຮຽນແບບໜ່ວຍກິດ
7. ການວັດ-ປະເມີນຜົນ
8. ການວິໄຈໃນຊັ້ນຮຽນ
9. ການສຶກສາການສອນ
10. ການສ້າງແຟ້ມສະສົມຜົນງານ
ດັ່ງນັ້ນ, ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນບັ້ນເຝິກອົບຮົມຄັ້ງນີ້ ທາງວິທະຍາໄລຄູສະຫວັນນະເຂດຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນແກ່ນັກສຳມະນາກອນໃນຕອນບ່າຍຂອງວັນທີ 24/7/2017 ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນເຂດ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ