05/01/2011 12:00:00 am - ນັກສຶກສາປະລີນຍາໂທຊຸດທີ 5 ໂຄງການ TTEST |
ບໍລິຫານ![]() ຈຳນວນນັກສຶກສາທີ່ເຂົ້າຮ່ວມ ຈຳນວນນັກສຶກສາທີ່ເຂົ້າຮ່ວມຄົ້ນຄວ້າທັງໝົດ25 ຄົນ, ຍິງ 12 ຄົນໃນນີ້ມີ: ມາຈາກ ຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດ ຈຳນວນ 3 ຄົນ, ຍິງ 1 ຄົນ ມາຈາກ ສ້າງຄູ ດົງຄຳຊ້າງ ຈຳນວນ 4 ຄົນ, ຍິງ 4 ຄົນ ມາຈາກ ວິທະຍາໄລຄູ ບ້ານເກິນ ຈຳນວນ 2 ຄົນ, ຍິງ 0 ຄົນ ມາຈາກ ວິທະຍາໄລຄູ ຫຼວງພະບາງ ຈຳນວນ 2 ຄົນ, ຍິງ 1 ຄົນ ມາຈາກ ສ້າງຄູ ຫຼວງນ້ຳທາ ຈຳນວນ 3 ຄົນ, ຍິງ 2ຄົນ ມາຈາກ ວິທະຍາໄລຄູ ຄັງໄຂ ຈຳນວນ 1 ຄົນ, ຍິງ 1 ຄົນ ມາຈາກ ວິທະຍາໄລຄູ ສະຫວັນນະເຂດ ຈຳນວນ 3 ຄົນ, ຍິງ 2 ຄົນ ມາຈາກ ວິທະຍາໄລຄູ ປາກເຊ ຈຳນວນ 2 ຄົນ, ຍິງ 1 ຄົນ ມາຈາກ ສ້າງຄູ ສາລະວັນ ຈຳນວນ 2 ຄົນ, ຍິງ 0 ຄົນ ມາຈາກ ສຶກສາປະຈຳແຂວງ ຊຽງຂວາງ,ບໍລິຄຳໄຊ,ອັດຕະປື ຈຳນວນ 3 ຄົນ, ຍິງ 0 ຄົນ ການສຶກສາຄົ້ນຄວ້າ ແລະ ສຳມະນາ ຄັ້ງທີ 1 ຜ່ານການສຶກສາຄົ້ນຄ້ວາ ແລະ ສຳມະນາໃນໄລຍເວລາ 26 ວັນ ນັບແຕ່ວັນທີ 1-26/6/2009 ໄດ້ສຶກສາ ແລະ ຄົ້ນຄວ້າໃນຫົວຂໍ້ດັ່ງນີ້: ທັກສະການນຳໃຊ້ຄອມພີວເຕີ້ ( Microsoft Office Word 2003, Microsoft Excel 2003 PowerPoint& Internet) ທິດສະດີກ່ຽວກັບການຮຽນຮູ້ ສັງຄົມວິທະຍາການສຶກສາ ທິດສະດີຫັຼກສູດ ການປະຕິຮູບການສຶກສາ ຄວາມຮູ້ກ່ຽວກັບບົດບາດຍິງ - ຊາຍ ການສ້າງຄູມືອາຊີບ - ການເຝິກອົບຮົມຄູ ໃນການຮຽນແຕ່ລະວັນແມ່ນມີການຂຽນບັນທຶກປະຈຳວັນ ແລະ ຂຽນສະທ້ອນຄືນ ຮຽນແຕ່ລະ ຫົວຂໍ້ແມ່ນຕ້ອງໄດ້ຂຽນບົດລາຍງານຫົວຂໍ້ລະ 5 ໜ້າ ການຂຽນບົດລາຍງານທັງໝົດແມ່ນເປັນວຽກ ບ້ານ (ເມືອຂຽນຢູ່ສະຖາບັນໃຜມັນໃນລະຫວ່າງວັນທີ 27/6/2009 – 9/8/2009) ໄລຍະເວລາໃນການສຶກສາຄົ້ນຄ້ວາ ທັງໝົດຂອງຫັຼກສູດນີ້ ເວລາສຶກສາຄົ້ນຄວ້າ ແລະ ສຳມະນາທັງໝົດ 1ປີ ກັບ 5ເດືອນ ເຂົ້າຮ່ວມສຳມະນາ 7ຄັ້ງ ເຊິ່ງແຕ່ລະຄັ້ງມີລາຍລະອຽດດັ່ງນີ້: ວັນທີ 1-26/6/2009 ສຳມະນາຄອມພີວເຕີ້ , ຮຽນທິດສະດີຮູບແບບການຮຽນ-ການສອນ ວັນທີ 10-14/8/2009 ສຳມະນາຮູບແບບການຮຽນ - ການສອນ ວັນທີ 12-23/10/2009 ສຳມະນາການເກັບກຳຂໍ້ມູນ, ການຄົ້ນເອກະສານ, ການຂຽນບົດນິພົນ ວັນທີ 4-29/1/2010 ສຳມະນາການສ້າງເຄື່ອງມືທີ່ກ່ຽວກັບ ວິຊາສະເພາະ,ການສ້າງຫັຼກສູດ, ການພັດທະນາຫັຼກສູດ, ວິທີການຈັດການຮຽນການສອນ, ການວັດ ແລະ ປະເມີນຜົນ ວັນທີ 15-19/3/2010 ສຳມະນາການຂຽນບົດລາຍງານ ວິຊາສະເພາະ,ການສ້າງຫັຼກສູດ, ການ ພັດທະນາຫັຼກສູດ, ວິທີການຈັດການຮຽນການສອນ, ການວັດ ແລະ ປະເມີນຜົນ ວັນທີ 31/5-25/6/2010 ສຳມະນາການຂຽນບົດນິພົນ ແລະຄົ້ນຄວ້າເອກະສານ ວັນທີ 9-20/8/2010 ສະເໜີບົດນິພົນ, ສົນທະນາກ່ຽວກັບບົດນິພົນ ແລະ ພິທີມອບ - ຮັບ ປະກາສະນິຍະບັດ ເນື້ອໃນຫັຼກສູດ: ຫັຼກສູດນີ້ ປະກອບມີ 5 ໂມດູນຄື: ທິດສະດີແລະຮູບແບບການຮຽນ-ການສອນ(Theories and models of teaching and Learning) ການວິໄຈ ແລະ ວິທີການວິໄຈ ( Methods of Inquiry ) ແນະນຳກ່ຽວກັບການນຳໃຊ້ເອກະສານເຂົ້າໃນການວິໄຈ( Reading Course ) ການອອກແບບການຮຽນການສອນ (Educational design) ການຂຽນບົດວິທະຍານິພົນ ( Thesis Work ) |